logo

ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ປັບ​ປຸງ​ຕາມທິດ​ຫັນ​ລະ​ບຽບປະ​ຕິ​ບັດ​​ຕົກ​ລົງ​ຮັບ​ຮອງ​​ແຜນ​ການ​ລົງ​ທຶນ​ເປັນ​ງ່າຍ​ດາຍ

2025/11/11 | 11:13:32
(VOVWORLD) - ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 11 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດສະເໜີຂອງລັດຖະບານ ແລະ ບົດລາຍງານການປະເມີນຜົນຂອງກຳມາທິການເສດຖະກິດ ແລະ ການເງິນກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn)

ຕາມບົດສະເໜີຂອງລັດຖະບານ, ຮ່າງກົດໝາຍໄດ້ຮັບການປັບປຸງໃຫ້ສົມບູນຕາມທິດ: ຮັດແຄບ ແລະ ເຮັດແຈ້ງຂອບເຂດຂອງບັນດາໂຄງການທີ່ຕ້ອງປະຕິບັດຕາມຂໍ້ຕົກລົງຮັບຮອງແຜນນະໂຍບາຍ; ສືບຕໍ່ຍູ້ແຮງການແບ່ງຂັ້ນ, ແບ່ງສິດຕົກລົງຮັບຮອງແຜນນະໂຍບາຍລົງທຶນ; ຫັນລະບຽບການປະຕິບັດຕົກລົງຮັບຮອງແຜນນະໂຍບາຍລົງທຶນເປັນງ່າຍດາຍຕາມທິດຄັດເລືອກບາງເນື້ອໃນປະເມີນຜົນທີ່ບໍ່ຈຳເປັນ ຕ້ອງພິຈາລະນາຢູ່ໄລຍະອະນຸມັດແຜນນະໂຍບາຍລົງທຶນ.

        ຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງກໍຫຼຸດ 25 ຂະແໜງ, ອາຊີບລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂ; ຮັດແຄບ, ປັບປຸງຂອບເຂດຂອງ 20 ຂະແໜງ, ອາຊີບດຳເນີນທຸລະກິດກໍມີເງື່ອນໄຂ; ກຳນົດຂະແໜງ, ອາຊີບທີ່ໄດ້ຮັບສິດທິພິເສດລົງທຶນ. ກ່ຽວກັບການສ້າງຕັ້ງ, ອົງການເສດຖະກິດລົງທຶນຕ່າງປະເທດ, ຮ່າງກົດໝາຍສະບັບປັບປຸງກຳນົດອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ໄດ້ຮັບການສ້າງຕັ້ງວິສາຫະກິດກ່ອນທີ່ອອກໃບຢັ້ງຢືນຈົດທະບຽນການລົງທຶນ.

TAG
VOV/VOVworld/ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ