logo

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

2025/11/6 | 10:22:01
(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍການຫັນເປັນດີຈີຕອນ.
ການປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ (ພາບ: quochoi.vn)

 ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການສ້າງກົດໝາຍແມ່ນຄວາມຈຳເປັນໃນສະພາບການ ຫວຽດນາມ ກຳນົດການຫັນເປັນດີຈີຕອນແມ່ນບາດກ້າວບຸກທະລຸຍຸດທະສາດແຖວໜ້າ, ແມ່ນກຳລັງໜູນພັດທະນາເສດຖະກິດ - ສັງຄົມ ໃນສັງກາດໃໝ່.

ກົດໝາຍລວມມີ 8 ພາກ, 79 ມາດຕາ, ໃນນັ້ນ ໄດ້ກຳນົດຢ່າງລະອຽດກ່ຽວກັບການດັດປັບບັນດາສາຍພົວພັນພາກສ່ວນເຂົ້າຮ່ວມການເຄື່ອນໄຫວດີຈີຕອນຢູ່ ຫວຽດນາມ. ທ່ານ ຫງວຽນກວາງຮວັນ ສະມາຊິກສະພາແຫ່ງຊາດຄະນະນະຄອນ ໂຮ່ຈີມິນ, ຖືວ່າ ຮ່າງກົດໝາຍວ່າດ້ວຍການຫັນເປັນດີຈີຕອນຖືກສ້າງຂຶ້ນໃນສະພາບການ ຫວຽດນາມ ພວມສ້າງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ. ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນຈະຕ້ອງກວມເອົາປະມານ 30% GDP.

ນີ້ແມ່ນຕົວເລກທີ່ມີແງ່ຫວັງສູງສຸດ. ຢາກຊຸກຍູ້ເສດຖະກິດພັດທະນາ ແລະ ແມ່ນກຳລັງໜູນຕົ້ນຕໍນັ້ນ ແມ່ນຕ້ອງມີກົດໝາຍ. ຕາມຂ້າພະເຈົ້າແລ້ວ, ກົດໝາຍໄດ້ສ້າງຂຶ້ນໃນຈຸດເວລານີ້ ແມ່ນຕິດພັນກັບສະພາບການຕົວຈິງທີ່ມີຄວາມຈຳເປັນ, ແນໃສ່ຫັນບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມະຕິສະບັບເລກທີ 57 ກ່ຽວກັບນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດເປັນລະອຽດ. ພວກຂ້າພະເຈົ້າປະຕິບັດໂຄງການກ່ຽວກັບເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວນັ້ນ ຕ້ອງມີກົດໝາຍ ແລະ ດັ່ງນັ້ນ, ກົດໝາຍສະບັບນີ້ໄດ້ສ້າງຂຶ້ນຖືກກັບຈຸດເວລາ, ທັງແມ່ນຄວາມຕ້ອງການດ້ານການເມືອງ ທັງແມ່ນຄວາມຕ້ອງການຕົວຈິງຂອງຊີວິດ”.

TAG
VOV/VOVworl/ຮ່າງ​ກົດ​ໝາຍ/ຫັນ​ເປັນ​ດີ​ຈ​ີ​ຕອນ/ນະ​ວັດ​ຕະ​ກຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ