logo

ກົດໝາຍວ່າດ້ວຍປັນຍາປະດິດ ເສີມຂະຫຍາຍນະວັດຕະກຳ

2025/11/19 | 07:08:30
(VOVWORLD) - ຮ່າງກົດໝາຍວ່າດ້ວຍປັນຍາປະດິດໄດ້ເຂົ້າເຖິງຕາມມາດຕະຖານສາກົນ, ທັງເປີດອອກການປະດິດຄິດສ້າງ ທັງຄວບຄຸມບັນດາຄວາມສ່ຽງຢ່າງມີປະສິດທິຜົນ.
(ພາບປະກອບ: quochoi.vn)

        ວັນທີ 19 ພະຈິກ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ເປັນຄັ້ງທຳອິດທີ່ລັດຖະບານຍື່ນສະເໜີ ຮ່າງກົດໝາຍວ່າດ້ວຍປັນຍາປະດິດ (AI) ຕໍ່ສະພາແຫ່ງຊາດ, ເປີດຊ່ອງທາງໃຫ້ສະພາບແວດລ້ອມການປ່ຽນແປງໃໝ່ຢ່າງປອດໄພ, ນຳປັນຍາປະດິດໃຫ້ກາຍເປັນເຕັກໂນໂລຊີຍຸດທະສາດແຖວໜ້າຂອງ ຫວຽດນາມ. ທ່ານ ກາວຊວັນຮ່ວາຍເວືອງ, ປະທານ AIVA Group AI, ໃຫ້ຂໍ້ສັງເກດວ່າ ຮ່າງກົດໝາຍວ່າດ້ວຍປັນຍາປະດິດໄດ້ເຂົ້າເຖິງຕາມມາດຕະຖານສາກົນ, ທັງເປີດອອກການປະດິດຄິດສ້າງ ທັງຄວບຄຸມບັນດາຄວາມສ່ຽງຢ່າງມີປະສິດທິຜົນ.

        “ບັນດາຂໍ້ກຳນົດຕ້ອງຈະແຈ້ງ, ໂປ່ງໃສ ແລະ ປະຕິບັດງ່າຍ. ກົດໝາຍຕ້ອງສ້າງໂອກາດໃຫ້ແກ່ບັນດາວິສາຫະກິດເລີ່ມທຸລະກິດໃນຂົງເຂດ AI, ອາດຈະໜູນຊ່ວຍດ້ານພາສີ, ນະໂຍບາຍ ເພື່ອໃຫ້ວິສາຫະກິດສາມາດຊຸກຍູ້ຄວາມປະດິດຄິດສ້າງທີ່ຕົນຜະລິດອອກຜະລິດຕະພັນທີ່ມີຄຸນນະພາບຢ່າງວ່ອງໄວ. ສຳລັບປະຊາຊົນກໍ່ຄືກັນ, ກົດໝາຍຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນສາມາດປະຕິບັດງ່າຍ”.

        ຄາດວ່າ, ຮ່າງກົດໝາຍຈະໄດ້ຮັບຮອງເອົາທີ່ກອງປະຊຸມຂອງສະພາແຫ່ງຊາດຄັ້ງນີ້.

TAG
VOV/VOVworld/​ປອດ​ໄພ/ປັນ​ຍາ​ປະ​ດິດ/​ເຕັກ​ໂນ​ໂລ​ຊີ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ