(vovworld)-ປະຈຸບັນ, ວິສາຫະກິດຂະໜາດນ້ອຍ ແລະ ກາງກວມເອົາ 97% ຍອດຈຳນວນວິສາຫະກິດຂອງຫວຽດນາມ ແລະ ມີທ່ີຕັ້ງສຳຄັນພິເສດໃນພື້ນຖານເສດຖະກິດ. ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີບັນດາລາຍການ ແລະ ນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງພັດທະນາ ແລະ ການສ້າງຮ່າງກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບຄວາມຫວັງວ່າ ຈະສ້າງບາດກ້າວບຸກທະລຸຊ່ວຍໃຫ້ວິສາຫະກິດນີ້ພັດທະນາ. ບົດຂຽນ “ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ - ກຳລັງໜູນໃໝ່ເພື່ອໃຫ້ວິສາຫະກິດພັດທະນາ” ຂອງເກີມຕູ, ນັກຂ່າວ VOV.

ໃນໄລຍະຜ່ານມາ, ລັດຖະບານໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ມີຄວາມສະດວກ, ສະເໝີພາບໃຫ້ແກ່ວິສາຫະກິດຄື: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງກອບກົດໝາຍ ດ້ວຍຂັ້ນຕອນ, ລະບຽບການບໍລິຫານທີ່ງ່າຍດາຍ, ກະຈາງແຈ້ງ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມສາມາດສຳພັດກັບແຫຼ່ງກຳລັງ ແລະ ໜູນຊ່ວຍເປີດກວ້າງກາລະໂອກາດຜະລິດ, ດຳເນີນທຸລະກິດ, ການສຳພັດຕະຫຼາດໃຫ້ວິສາຫະກິດ… ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຫາກໍ່ສ້າງຂຶ້ນ ໄດ້ຮັບຄວາມຫວັງວ່າຈະສ້າງກອບກົດໝາຍ, ແມ່ນເຄື່ອງມືສຳຄັນ, ຊຸກຍູ້ປະຊາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງພັດທະນາ. ຕາມທ່ານ ດ່າວຈ້ອງລິ໋, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການບໍລິສັດຫຸ້ນສ່ວນ Aprocimex ແລ້ວ, ຮ່າງກົດໝາຍມີນະໂຍບາຍໜູນຊ່ວຍຫຼາຍຢ່າງໃຫ່ປະຊາຄົມວິສາຫະກິດ.
“ພວກຂ້າພະເຈົ້າເຫັນວ່າ, ຮ່າງກົດໝາຍໄດ້ຮັບການກະກຽມຢາງລອບຄອບຖີ່ຖ້ວນ, ລະອຽດລະອໍ. ບັນດາພາກສ່ວນຫັນເປັນລະອຽດ ບາງເທື່ອຍັງມີສິ່ງຊ້ອນກັນຢູ່, ແຕ່ຜ່ານບັນດາກອງປະຊຸມສຳມະນາໄດ້ຮັບຄຳເຫັນປະກອບ ແລະ ໄດ້ຮັບການປັບປຸງ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກົດໝາຍນີ້ຈະໄດ້ຮັບການຮັບຮອງເອົາຈາກສະພາບແຫ່ງຊາດໂດຍໄວ. ໃນຂະນະນັ້ນ, ປະຊາຄົມວິສາຫະກິດຈະມີກາລະໂອກາດໄດ້ຮັບການໜູນຊ່ວຍຢ່າງສະເໝີພາບດ້ວຍກົດໝາຍ. ປະຊາຄົມວິສາຫະກິດພວກຂ້າພະເຈົ້າ ຕ້ອນຮັບກົດໝາຍນີ້ດ້ວຍຄວາມພາກພູມໃຈ”.
ຮ່າງກົດໝາຍວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມມີ 5 ພາກ, ໃນນັ້ນ ເນື້ອໃນລະອຽດກ່ຽວກັບບັນດາການໜູນຊ່ວຍແມ່ນລະບູໄວ້ໃນ 10 ມາດຕາໃນ 2 ພາກ, ລວມມີບັນດາການໜູນຊ່ວຍສຳພັດກັບບ້ວງສິນເຊື່ອ, ການເງິນ, ທີ່ດິນ, ກຳລັງຄວາມສາມາດດ້ານເຕັກໂນໂລຊີ, ການສົ່ງເສີມດ້ານການຄ້າ, ດ້ານຂໍ້ມູນຂ່າວສານ… ຕາມນັ້ນແລ້ວ, ວິສາຫະກິດຂະໜາດນ້ອຍ ແລະ ກາງຈະໄດ້ຮັບການໜູນຊ່ວຍຈາກລັດກ່ຽວກັບດ້ານການເງິນໃນການເຄື່ອນໄຫວສົ່ງອອກ, ຄົ້ນຄວ້າຜະລິດຕະພັນ, ໄດ້ຮັບບຸລິມະສິດໃນການຈຳໝາຍສິນຄ້າ, ຮັບປະກັນການກູ້ຢືມທຶນ, ຫຼຸດຜ່ອນ, ຍົກເວັ້ນພາສີໃນບາງກໍລະນີ. ທ່ານນາງ ຟ້າມທິທູຮັ່ງ, ເລຂາທິການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ, ວິສາຫະກິດຫວຽດນາມສ່ວນຫຼາຍແມ່ນມີຂອບຂະໜາດນ້ອຍ ແລະ ກາງ, ດັ່ງນັ້ນຈຶ່ງບໍ່ມີທ່າແຮງໃນການແກ່ງແຍ້ງກັບວິສາຫະກິດສາກົນ, ສະນັ້ນຈຶ່ງຕ້ອງການໄດ້ຮັບການໜູນຊ່ວຍຢ່າງແທ້ຈິງ, ເໝາະສົມໃນການພັດທະນາ.
“ຕ້ອງລະດົມບັນດາແຫຼ່ງກຳລັງຂອງສັງຄົມ ໃນການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ໄດ້. ແຫຼ່ງກຳລັງນີ້ ບໍ່ພຽງແຕ່ຈາກບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ບັນດາອົງການພາກລັດເທົ່ານັ້ນ, ຫາກຍັງຈຳເປັນຕ້ອງມີການເຂົ້າຮ່ວມຂອງບັນດາສະຫະສະມາຄົມວິສາຫະກິດ, ບັນດາທະນາຄານ, ກອງທຶນອີກດ້ວຍ. ນັ້ນແມ່ນໄມ້ງັດພ້ອມກັບບັນດາແຫຼ່ງໜູນຊ່ວຍຂອງລັດ ຈະສ້າງການໜູນຊ່ວຍໃຫ້ແກ່ການພັດທະນາຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ”.
ຮ່າງກົດໝາຍວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຫາກໍ່ສ້າງຂຶ້ນໃຊ້ນັ້ນ ໄດ້ຮັບຄວາມຫວັງວ່າຈະ “ໜູນຊ່ວຍ” ວິສາຫະກິດຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ແລະ ບື່ນຕົວຂຶ້ນເພື່ອພັດທະນາ. ຮ່າງກົດໝາຍໃໝ່ນີ້ຈະແມ່ນກອບກົດໝາຍສູງສຸດ ແລະ ມີລັກສະນະລຽນຕິດ, ເປັນເອກະພາບ, ຮອບດ້ານໃຫ້ປະຊາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ. ຮ່າງກົດໝາຍນີ້ຍັງຊ່ວຍເພີ່ມຈຳນວນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວໃນເຂດວິສາຫະກິດຂະໜາດກາງ ແລະ ນ້ອຍ, ຜ່ານການວາງບັນດານະໂຍບາຍ, ລາຍການໜູນຊ່ວຍມີການຄັດເລືອກຢ່າງຄົບຊຸດ, ເໝາະສົມກັບຈຸດໝາຍທີ່ໄດ້ວາງອອກ. ທ່ານ ໂດ້ຕ໋ຽນທິ້ງ, ຜູ້ອຳນວຍການສູນໜູນຊ່ວຍວິຊາການຈົດທະບຽນດຳເນີນທຸລະກິດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ.
“ກົດໝາຍດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະສ້າງກົນໄກເພື່ອສົ່ງເສີມການພັດທະນາຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ບໍ່ພຽງແຕ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປົ້າໝາຍຂອງກົດໝາຍວ່າດ້ວຍວິສາຫະກິດເທົ່ານັ້ນ, ຫາກຍັງລວມທັງວິສາຫະກິດເອກະຊົນອີກດ້ວຍ. ປະຈຸບັນ, ມີເກືອບ 2 ລ້ານວິສາຫະກິດຄອບຄົວພວມດຳເນີນທຸລະກິດ ກໍໄດ້ຮັບຖືວ່າແມ່ນວິສາຫະກິດຂະໜາດນ້ອຍ, ໝາຍຄວາມວ່າຈະເປີດກວ້າງກວ່າ ບັນດາສິ່ງທີ່ພວກເຮົາພວມນຶກເຫັນກ່ຽວກັບຄວາມສຳນຶກວິສາຫະກິດ. ໃນນັ້ນ, ຈະມີບັນດາກົນໄກບຸລິມະສິດກ່ຽວກັບນະໂຍບາຍທີ່ດິນ, ການໜູນຊ່ວຍກ່ຽວກັບອຸດສາຫະກຳຫົວຄິດປະດິດສ້າງ ກໍຄືໜູນຊ່ວຍການສຳພັດກັບບ້ວງສິນເຊື່ອ”.
ໜຶ່ງໃນບັນດາ “ຈຸດພົ້ນເດັ່ນ” ຂອງກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນກົດໝາຍຈະກຳນົດຄວາມຮັບຜິດຊອບ ແລະ ບົດບາດຂອງລັດຖະບານ, ອົງການສູນກາງ ແລະ ທ້ອງຖິ່ນ, ບັນດາອົງການສັງຄົມ ແລະ ພາກສ່ວນເອກະຊົນໃນການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງຢ່າງຈະແຈ້ງ. ພ້ອມທັງປັບປຸງລະບົບຜັນຂະຫຍາຍນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແລະ ເພີ່ມທະວີການເຂົ້າຮ່ວມຂອງພາກສ່ວນເອກະຊົນ.
ຮ່າງກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຄາດວ່າ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14, ເຊິ່ງຄາດວ່າຈະດຳເນີນໄປໃນເດືອນ 10/2016. ປະຊາຄົມວິສາຫະກິດພວມຫວັງວ່າ ເມື່ອກົດໝາຍນີ້ມີຜົນສັກສິດ ຈະຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ດຳເນີນທຸລະກິດມີຄຸນນະພາບກວ່າ ແລະ ຂອບຂະໜາດຂອງບັນດາວິສາຫະກິດຈະນັບມື້ນັບໄດ້ຮັບການເປີດກວ້າງ.




