logo

ກຸ່ມ​ບໍ​ລິ​ສັດ FPT ປະ​ກາດ​ສ້າງ​ຕັ້ງ FPT ອິດ​ສະ​ຣາ​ແອັນ, ເປີດກວ້າງ​ການ​ປະ​ກົດ​ຕົວ​ຢູ່​ສູນ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ໂລກ

2026/1/14 | 08:51:56
(VOVWORLD) -   ຕອນເຊົ້າວັນທີ 13 ມັງກອນ, ຢູ່ Tel Aviv, ກຸ່ມບໍລິສັດ FPT ໄດ້ຈັດພິທີເປີດນຳໃຊ້ຫ້ອງການ FPT ປະຈຳ ອິດສະຣາແອັນ ຢ່າງເປັນທາງການ. ເຫດການໄດ້ດຳເນີນຢູ່ຈຸດເຊື່ອມຕໍ່ທາງໄກທີ່ ຮ່າໂນ້ຍ ແລະ ນະຄອນ Netanya (ອິດສະຣາແອັນ).
ທ່ານເຈືອງຢາບິ່ງ, ປະທານສະພາບໍລິຫານງານກຸ່ມບໍລິສັດ FPT ກ່າວຄຳເຫັນທີ່ເຫດການດັ່ງກ່າວ (ພາບ:TTXVN)

ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານ ເຈືອງຢາບິ່ງ, ປະທານສະພາບໍລິຫານງານກຸ່ມບໍລິສັດ FPT ເນັ້ນໜັກວ່າ ຫວຽດນາມ ກຳນົດ ເຕັກໂນໂລຢີ ແມ່ນກຳລັງໜູນເຕີບໂຕຍຸດທະສາດ, ດ້ວຍຈຸດສຸມແມ່ນບັນດາຂົງເຂດຄື AI, ຄວາມປອດໄພທາງໄຊເບີ, ເຄິ່ງຊັກນຳໄຟຟ້າ… FPT ແມ່ນໜຶ່ງໃນບັນດາວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງຂອງ ຫວຽດນາມ ໄດ້ກຳນົດເລືອກເອົາ ອິດສະຣາແອັນ ເພື່ອຮ່ຳຮຽນ, ຮັບເອົາເອົາລະບົບນິເວດ startup, ການສຶກສາເຕັກໂນໂລຢີ ແລະ ຈິດໃຈນະວັດຕະກຳ.

        ໃນຂອບເຂດເຫດການຈັດຂຶ້ນຢູ່ ອິດສະຣາແອັນ, ທ່ານ ເຈິ່ນດັງຮວ່າ - ປະທານ FPT IS ຂຶ້ນກັບກຸ່ມບໍລິສັດ FPT, ໃຫ້ຮູ້ວ່າ ກຳນົດທິດການເຄື່ອນໄຫວຂອງ FPT ອິດສະຣາແອັນ ແມ່ນສຸມໃສ່ການຮ່ວມມືເຕັກໂນໂລຢີ, ການຄົ້ນຄວ້າ ແລະ ພັດທະນາ (R & D), ຜັນຂະຫຍາຍບັນດາໂຄງການໃນຂົງເຂດປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ຂໍ້ມູນຂ່າວສານ, ທາດເຄິ່ງຊັກນຳໄຟຟ້າ ແລະ ບັນດາເຕັກໂນໂລຢີຍຸດທະສາດອື່ນ.


TAG
VOV/VOVworld/FPT ອິດສະຣາແອັນ/ກຸ່ມ​ບໍ​ລິ​ສັດ FPT

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ