logo

ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ພະ​ລັງ​ງານ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອງ​ນຳ​ໜ້າ​ໃນ​ການ​ເຕີ​ບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

2025/12/26 | 11:40:59
(VOVWORLD) - ກຸ່ມບໍລິສັດເສີມຂະຫຍາຍຈິດໃຈ ຂອງບັນດານັກຮົບຂະແໜງນ້ຳມັນອາຍແກັດ, ຕ້ອງເປັນເສົາຄ້ຳ, ນຳໜ້າໃນການເຕີບໂຕເພື່ອປະກອບສ່ວນເຂົ້າເປົ້າໝາຍນຳການເຕີບໂຕບັນລຸລະດັບ ສອງຕົວເລກຂອງປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 26 ທັນວາ,ຢູ່ຮ່າໂນ້ຍ, ກຸ່ມບໍລິສັດ ອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຜະລິດດຳເນີນທຸລະກິດປີ 2025, ຜັນຂະຫຍາຍໜ໊າທີ່ແຜນການປີ 2026.  ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກຸ່ມບໍລິສັດເສີມຂະຫຍາຍຈິດໃຈ ຂອງບັນດານັກຮົບຂະແໜງນ້ຳມັນອາຍແກັດ, ຕ້ອງເປັນເສົາຄ້ຳ, ນຳໜ້າໃນການເຕີບໂຕເພື່ອປະກອບສ່ວນເຂົ້າເປົ້າໝາຍນຳການເຕີບໂຕບັນລຸລະດັບ ສອງຕົວເລກຂອງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກຸ່ມບໍລິສັດຕ້ອງສຸມໃສ່ຜັນຂະຫຍາຍ 6 ນຳໜ້າຄື: ນຳໜ້າໃນການປະຕິບັດສຳເລັດລະບອບລະບຽບການ ແລະ ສ້າງກົນໄກນະໂຍບາຍ, ນຳໜ້າໃນການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ hydrogen, ນຳໜ້າໃນການຜັນຂະຫຍາຍບັນດາມາດຕະການປ່ຽນແປງໃໝ່ຮູບແບບການບໍລິຫານທີ່ທັນສະໄໝ, ອັດສະລິຍະ, ສ້າງໂຄງປະກອບຄືນໃໝ່ຢ່າງຄົບຊຸດ, ເຮັດໃຫ້ການຜະລິດດຳເນີນທຸລະກິດມີປະສິດທິຜົນທີ່ສຸດ…

TAG
VOV/VOVworld/ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ/ພະ​ລັງ​ງານ​ແຫ່ງ​ຊາດ/Petrovietnam

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ