|
|
“ກ່ອນອື່ນໝົດ, ການເລີ່ມຕົ້ນວຽກງານນີ້ ແມ່ນຍ້ອນຄວາມຮັກ ຄວາມຖະນຸຖະໜອມໝູ່ບ້ານເຂດບ້ານນາ ຂອງສະມາຊິກບາງຄົນໃນກຸ່ມ. ເມື່ອບັນດາທ້ອງຖິ່ນ ໄດ້ຮັບພະລາຊະດຳລັດຄືນ ກໍ່ໄດ້ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ປ່ຽນແປງໄປ. ມີສິ່ງໃດໜຶ່ງທີ່ດີງາມ ແລະ ສັກກະລະບູຊາ ໄດ້ປາກົດຂຶ້ນໃນການດຳລົງຊີວິດຂອງເຂົາເຈົ້າ. ສິ່ງນັ້ນໄດ້ສະແດງໃຫ້ເຫັນວ່າ ປະຊາຊົນໄດ້ມີສະຕິຄວາມຮັບຜິດຊອບຢ່າງໃຫຍ່ຫຼວງ ກ່ຽວກັບບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງ. ບັນດາພະລາຊະດຳລັດທີ່ຊອກມາໄດ້ ກໍ່ໄດ້ມອບກ່ອນ ນີ້ 70 ຫາ 100 ປີ ໝາຍຄວາມວ່າແມ່ນດົນເຕີບ, ຍ້ອນເຫດນີ້ເອງ ໃນປັດຈຸບັນ ຊື່ຂອງສະຖານທີ່ຕ່າງໆ ຢູ່ບັນດາທ້ອງຖິ່ນໄດ້ປ່ຽນແປງໄປ”.
ບໍ່ພຽງແຕ່ຊອກຫາພະລາຊະດຳລັດເທົ່ານັ້ນ, ບັນດາສະມາຊິກໃນກຸ່ມຍັງຮັບຜິດຊອບວຽກງານຊອກຮູ້, ຊອກຫາເອກະສານ ພ້ອມທັງແປເນື້ອໃນຂອງພະລາຊະດຳລັດແຕ່ລະສະບັບ ທີ່ຊອກຫາມາໄດ້ ເພື່ອມີຂໍ້ມູນຂ່າວສານໂດຍພື້ນຖານ ກ່ຽວກັບກົກເຄົ້າເຫົ້ງກໍ ຂອງເອກະສານບູຮານແຕ່ລະສະບັບນີ້. ນັກກະວີ ຫງວຽນກວາງທ່ຽວ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຮັດວຽກກັບສະຖາບັນ ພາສາຫວຽດເດີມ ເພື່ອຖາມເຂົາເຈົ້າ ແລະ ສະຖາບັນພາສາ ຫວຽດເດີມ ໃຫ້ຮູ້ວ່າ ບັນດາພະລາຊະດຳລັດ ມີຄຸນຄ່າວັດທະນະທຳອັນໃຫຍ່ຫຼວງ. ມັນປຽບເໝືອນສ່ວນໜຶ່ງຂອງສຳເນົາເອກະສານຕົ້ນສະບັບ ກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ເຊິ່ງພວກເຮົາຕ້ອງການຟື້ນຟູ. ພວກຂ້າພະເຈົ້າໄດ້ເພິ່ງຄວາມຊ່ວຍເຫຼືອຈາກສະຖາບັນ ພາສາຫວຽດເດີມ ກວດຢັ້ງຢືນ ບັນດາພະລາຊະດຳລັດເຫຼົ່ານັ້ນ, ແປບັນດາພະລາຊະດຳລັດນັ້ນ ແລະ ນຳເຂົ້າບັນດາຊຸດສຳເນົາເອກະສານ. ວຽກງານຮັກສາພື້ນຖານວັດທະນະທຳແຫ່ງຊາດ ແມ່ນສຳຄັນທີ່ສຸດ ເພາະວ່າບໍ່ມີພື້ນຖານວັດທະນນະທຳແຫ່ງຊາດ ໝາຍເຖິງພວກເຮົາໄດ້ເຮັດໃຫ້ສູນເສຍຄວາມດຸ່ນດ່ຽງ ໃນບາດກ້າວເດີນຂອງພວກເຮົາ ໃນອະນາຄົດ, ເພາະສະນັ້ນ ພວກຂ້າພະເຈົ້າໄດ້ຕັດສິນໃຈເກັບກຳ, ຮຽກຮ້ອງໃຫ້ມີການເກັບກຳໃຫ້ຫຼາຍກວ່າອີກ, ແປເນື້ອໃນ ແລະ ຊອກຫາທຸກວິທີ ເພື່ອມອບພະລາຊະດຳລັດ ໃຫ້ແກ່ບັນດາທ້ອງຖິ່ນຄືນ. ເຮັດໄດ້ເຊັ່ນນັ້ນ ພວກເຮົາຈຶ່ງສາມາດມີຄວາມສະຫວາດສະເຫວີຍ ແລະ ມີຄວາມສຸກໄດ້”.
ການຊອກຫາບັນດາພະລາຊະດຳລັດ ທີ່ຖືກສູນຫາຍໄປ ເຊິ່ງແມ່ນວຽກງານໂດຍສະໝັກໃຈນີ້ ຂອງກຸ່ມຜູ້ຊົງຄຸນວຸດທິ ຮ່າດົງ ໄດ້ປະກອບສ່ວນອະນຸລັກ ຮັກສາ ແລະ ເຊີດຊູວັດທະນະທຳແຫ່ງຊາດ. ວຽກງານຂອງກຸ່ມນີ້ ໄດ້ແຜ່ຂະຫຍາຍ ແລະ ລະດົມກຳລັງໃຈໃຫ້ແກ່ບັນດາກຸ່ມຄົນ, ສ່ວນບຸກຄົນອື່ນ ໃຫ້ມີຄວາມເອົາໃຈໃສ່ ແລະ ຕອບສະໜອງປະຕິບັດການມອບຄືນຢ່າງຖືກຕ້ອງ ໃຫ້ແກ່ບັນດາສະຖານທີ່ເກັບຮັກສາ, ເຊີດຊູບັນດາຄຸນຄ່າວັດທະນະທຳເພື່ອ ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳຂອງພວກເຮົາ.




