(ພາບ: VOV) |
ໝູ່ບ້ານ ກວິ່ງເຊິນ ຫ່າງຈາກໃຈກາງແຂວງ ລ້າງເຊີນ ປະມານ 80 ກມ ໄປທາງທິດຕາເວັນຕົກສ່ຽງໃຕ້. ປຊຊ ຢູ່ທີ່ນີ້ສ່ວນຫຼາຍແມ່ນຊາວເຜົ່າໄຕ່ ທີ່ໄດ້ດຳລົງຊີວິດມາແຕ່ດົນນານ. ໝູ່ບ້ານ ກວິ່ງເຊີນ ມີເຮືອນຮ້ານພື້ນເມືອງກ່ວາ 400 ຫຼັງທີ່ມີຈຸດພິເສດດ້ານວັດທະນະທຳຂອງຊາວເຜົ່າໄຕ່ ຊື່ງໄດ້ຮັບການກໍ່ຂຶ້ນຢ່າງລະອຽດລະອໍພໍສົມຄວນ ດ້ວຍບັນດາໄມ້ທີ່ມີຄ່າຄື: ໄມ້ເນື້ອແຂງ (Iron-wood), ໄມ້ເນື້ອແດງ (Rose-wood), ໄມ້ຊະນິດດີ, ບໍ່ເປັນມອດ, ໄມ້ກະຈະ. ເສົາເຮືອນມີຮູບວົງມົນ ຫຼື ຮູບສີ່ແຈສາກ, ຕີນເສົາໄດ້ຮອງດ້ວຍກ້ອນຫີນ, ຫຼັງຄາມຸງດ້ວຍດິນຂໍສອງຊັ້ນ. ເຮືອນຮ້ານເຄີຍມີ 3 ຫຼື 5 ຫ້ອງ. ເອື້ອຍ ຈ້ຽວງວຽດງາ, ຜູ້ນຳທ່ຽວ ໝູ່ບ້ານວັດທະນະທຳທ່ອງທ່ຽວເຂດຊຸມຊົນ ກວິ່ງເຊີນ ໃຫ້ຮູ້ວ່າ:
ເຮືອນຮ້ານຢູ່ ກວິ່ງເຊີນ ຖືກກໍ່ສ້າງຕາມສະຖາປັດຕະຍາກຳອັນດຽວທີ່ມີລັກສະນະພິເສດທີ່ສຸດ, ນັ້ນຄືເຮືອນທຸກຫຼັງລ້ວນແຕ່ໄດ້ຫັນໜ້າໄປທາງທິດໃຕ້. ຕາມທັດສະນະຂອງລຸ້ນກ່ອນແລ້ວ, ດ້ວຍທິດນັ້ນຈະສ້າງໃຫ້ມີຈິດໃຈ ແລະ ທ່ວງທ່າທີ່ໝັ້ນຄົງໜັກແໜ້ນໃນບ້ານ, ຊື່ງໄດ້ດູດໂຊກດູດໄຊໃຫ້ແກ່ເຈົ້າຂອງບ້ານ, ຍາມລະດູໜາວມີຄວາມອົບອຸ່ນ ສ່ວນລະດູແລ້ງຈະເຢັນສະບາຍ.
(ພາບ: VOV) |
ກວິ່ງເຊີນ ໄດ້ຮັບການຮູ້ຈັກແມ່ນໝູ່ບ້ານດຽວໃນເຂດດິນແດນ ລ້າງເຊີນ ທີ່ຍັງຮັກສາອາຊີບຜະລິດດິນຂໍສອງຊັ້ນພຶ້ນເມືອງເພື່ອມຸງຫຼັງຄາ. ນີ້ແມ່ນອາຊີບທີ່ມີປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາກ່ວາ 100 ປີ.
ໝູ່ບ້ານ ກວິ່ງເຊີນ ໄດ້ນຳເຂົ້າຂຸດຄົ້ນການທ່ອງທ່ຽວນັບແຕ່ປີ 2010 ແລະ ຮອດປີ 2015, ຄະນະກຳມະການ ປຊຊ ແຂວງ ລ້າງເຊີນ ໄດ້ຮັບຮູ້ໝູ່ບ້ານນີ້ ແມ່ນສະຖານທີ່ທ່ອງທ່ຽວ. ປະຈຸບັນ, ໝູ່ບ້ານ ກວິ່ງເຊີນ ມີ 10 ຄອບຄົວເຮັດ homestay ຮັບໃຊ້ແຂກທ່ອງທ່ຽວ. ມາຮອດໝູ່ບ້ານ ກວິ່ງເຊີນ, ແຂກທ່ອງທ່ຽວຈະໄດ້ຮັບປະທານບັນດາອາຫານພື້ນເມືອງທີ່ມີຊື່ສຽງທີ່ສຸດຄື: ເຂົ້າໜົມພື້ນເມືອງຊະນິດຕ່າງໆ, ຫມູປິ້ງ, ເຂົ້າຫຼາມຊີ້ນປິ້ງ, ອົ່ວ, ເຂົ້າໜຽວກຳພ້ອມກັບຜັກປ່າຊະນິດຕ່າງໆ… ແຂກທ່ອງທ່ຽວຜູ້ໜຶ່ງໄດ້ແບ່ງປັນວ່າ:
ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນເຄື່ອງເທດຕ່າງໆ, ມີລັກສະນະພິເສດສະເພາະທີ່ບໍ່ມີຢູ່ແຫ່ງໃດ, ຕົວຢ່າງຄື: ໃນໝູປິ້ງຕ້ອງມີໃບມັກເມິດ (Clausena indica). ນອກຈາກນັ້ນແລ້ວກໍ່ຍັງມີເຄື່ອງປະກອບຊະນິດຕ່າງໆຄື: ຜັກບົ່ວ, ຂີງ, ກະທຽມ...
ບໍ່ພຽງແຕ່ໄດ້ຮັບປະທານບັນດາອາຫານພື້ນເມືອງຂອງຊາວເຜົ່າ ໄຕ່ ເທົ່ານັ້ນ, ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ດຶງດູດໃຈຄື: ພ້ອມກັບຜູ້ນຳທ່ຽວຫໍ່ເຂົ້າຕົ້ມດຳ, ຕຳເຂົ້າໜົມໄຢໃບໜາດນ້ອຍ. ນີ້ແມ່ນບັນດາປະເພດເຂົ້າໜົມພື້ນເມືອງເຮັດຈາກເຂົ້າສານຫນຽວ ໂດຍຊາວ ກວິ່ງເຊີນ ປູກໃນເຂດທົ່ງນາຮ່ອມພູ ບັກເຊີນ.
ເມື່ອມາຢ້ຽມຢາມ ກວິ່ງເຊີນ, ແຂກທ່ອງທ່ຽວຈະໄດ້ຮັບຟັງສຽງຂັບແທນທີ່ອ່ອນຊ້ອຍພ້ອມກັບສຽງພິນຕິງ 3 ສາຍທີ່ໄດ້ສືບທອດກັນມາແຕ່ລຸ້ນນີ້ຫາລຸ້ນອື່ນ ໃນບ້ານວັດທະນະທຳເຂດຊຸມຊົນທີ່ເປັນມິດສະໜິດສະໜົມ. ເອື້ອຍ ຈ້ຽວງວຽດງາ ແບ່ງປັນວ່າ:
ຈຸດພິເສດທີ່ສຸດຂອງຊາວເຜົ່າ ໄຕ່ ຢູ່ໝູ່ບ້ານວັດທະນະທຳທ່ອງທ່ຽວ ກວິ່ງເຊີນ ເວົ້າສະເພາະ ແລະ ບັກເຊີນ ເວົ້າລວມ ນັ້ນແມ່ນການຂັບແທນ. ປະຈຸບັນ, ກອງສິລະກອນໝູ່ບ້ານວັດທະນະທຳທ່ອງທ່ຽວ ກວິ່ງເຊີນ ພວມອະນຸລັກຮັກສາ, ສອນຂັບແທນ ພ້ອມທັງໄດ້ສ້າງເປັນຜະລິດຕະພັນສິລະປະພິເສດສະເພາະ ຮັບໃຊ້ໃຫ້ແກ່ຂະແໜງທ່ອງທ່ຽວ ເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວທີ່ມີຄວາມຕ້ອງການຮັບຟັງສຽງຂັບແທນ ຊື່ງແມ່ນຈຸດຄວາມງາມດ້ານວັດທະນະທຳຂອງຊາວເຜົ່າ ໄຕ່ ຢູ່ ກວິ່ງເຊີນ.
ອຳນາດການປົກຄອງ ແລະ ປຊຊ ກວິ່ງເຊີນ ຍາມໃດກໍ່ມີສະຕິຄວາມຮັບຮູ້ເພື່ອຮັກສາສະຖາປັດຕະຍາກຳ ແລະ ວັດທະນະທີ່ເປັນມູນເຊື້ອ, ອະນຸລັກຮັກສາບັນດາໝູ່ບ້ານພື້ນເມືອງ. ພ້ອມກັນນັ້ນ, ກໍ່ໄດ້ສ້າງກິດຈະກຳຮັບໃຊ້ໃຫ້ແກ່ການເຄື່ອນໄຫວດຳເນີນຊີວິດລວມຂອງວົງຄະນາຍາດ, ພັດທະນາບັນດາການບໍລິການຢ້ຽມຢາມຢູ່ສະຖານທີ່ພັກເຊົາ, ຈັດການເຄື່ອນໄຫວສະແດງສິລະປະວັດທະນະທຳພື້ນເມືອງ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງໃຫ້ນັບມື້ນັບຫຼາຍກ່ວາອີກ./.




