(ພາບ: VOV ຄົມມະນາຄົມ) |
ໝູ່ບ້ານອາຊີບຜະລິດຂຽງໄມ້ ດິ້ງອານ ຕັ້ງຢູ່ເສັ້ນທາງຫຼວງເລກທີ 54. ແຂກທ່ອງທ່ຽວສາມາດຮູ້ໄດ້ຢ່າງງ່າຍດາຍວ່າ ຕົນໄດ້ມາຮອດໝູ່ບ້ານແຫ່ງນີ້ແລ້ວ ເມື່ອເຫັນວ່າສອງຟາກແຄມທາງເຂົ້າບ້ານ ມີຂຽງໄມ້ກຳລັງໄດ້ຕາກແດດເປັນແຖວ, ສ່ວນໃນໂຮງຈັກແມ່ນມີສຽງເລື່ອຍໄມ້, ກົບໄມ້ຂຽງດັງຂຶ້ນ.
ເມື່ອເຮັດຂຽງຕ້ອງເລືອກເອົາໄມ້ແກ່, ລຳໃຫ່ຍ, ເອົາໄປອົບໃຫ້ຢາງອອກໝົດ (ພາບ: VOV ຄົມມະນາຄົມ) |
ຕາມຄຳເລົ່າຂານຂອງ ປຊຊ, ນັບແຕ່ດົນນານມາແລ້ວ, ປຊຊ ໃນເຂດນີ້ ໄດ້ຂົນສົ່ງ, ຊື້ຂາຍຜະລິດຕະພັນກະເສດດ້ວຍເຮືອນ້ອຍ ໄປຍັງບັນດາແຂວງຢູ່ໄກເປັນປະຈຳ. ເວລາກັບເມືອບ້ານ, ເຂົາເຈົ້າໄດ້ຊື້ຫຍ້າຄາມາເພື່ອມຸງຫຼັງຄາເຮືອນ ແລະ ຊື້ຕົ້ນກະທິງເພື່ອເຮັດເສົາເຮືອນ, ສ່ວນໄມ້ທີ່ເຫຼືອແມ່ນໄດ້ເລື່ອຍເປັນຂຽງເພື່ອໃຫ້ເມຍ ແລະ ລູກໃຊ້ແຕ່ງກິນ. ຜະລິດຕະພັນຂຽງໄດ້ຄ່ອຍໆຫຼາຍຂຶ້ນ, ປຊຊ ກໍ່ເອົາໄປຂາຍ, ແລກເອົາເຄື່ອງໃຊ້ສອຍອື່ນໆ. ຍ້ອນມີຄຸນນະພາບດີ, ໃຜໆກໍ່ຮູ້ຈັກເຖິງບ່ອນຜະລິດຂຽງຢູ່ ດິ້ງອານ ແລ້ວກໍ່ມາຈອງຊື້, ຈາກນັ້ນ, ຈຶ່ງມີໝູ່ບ້ານຜະລິດຂຽງ ແລະ ການຊື້ຂາຍກໍ່ມີຄວາມຄັບຄາໜາແໜ້ນຄືທຸກວັນນີ້. ທ່ານ ຫງວຽນວັນທີ, ນາຍຊ່າງເຮັດຂຽງລຸ້ນທີ 2 ໃນຄອບຄົວ ໄດ້ແບ່ງປັນວ່າ:
ເມື່ອກ່ອນ, ພໍ່ຂອງຂ້າພະເຈົ້າໄດ້ໄປຊື້ຕົ້ນກະທິງມາເຮັດຄັນໄຖ, ເຮັດເສົາ, ເຮັດເພົາແກນ…ເພື່ອຂາຍໃຫ້ເຂົາເຈົ້າ, ສ່ວນໄມ້ທີ່ເຫຼືອກໍ່ໄດ້ເຮັດຂຽງ ເອົາໄປຂາຍຢູ່ຕະຫຼາດ, ເຂົາເຈົ້າຊື້ຫຼາຍຈຶ່ງໄດ້ເປີດກວ້າງການຜະລິດ. ເມື່ອກ່ອນເຮັດຂຽງກໍ່ພໍຢູ່ພໍກິນ, ບໍ່ທັນມີເຄື່ອງຈັກເພື່ອພັດທະນາ, ປະຈຸບັນກໍ່ເຮັດໄດ້ຫຼາຍກວ່າ.
ຜະລິດຕະພັນມີຊື່ສຽງຂອງໝູ່ບ້ານ ດິ້ງອານແມ່ນຂຽງໄມ້ກະທິງ (ພາບ: VOV ຄົມມະນາຄົມ) |
ຂຽງ ຂອງໝູ່ບ້ານອາຊີບ ດິ້ງອານ ມີຫຼາຍຊະນິດ, ມີເສັ້ນຜ່າກາງແຕ່ 20-25 ຊັງຕີແມັດ ໂດຍໄດ້ເຮັດຈາກໄມ້ຫຼາຍຊະນິດທີ່ແຕກຕ່າງກັນຄື: ໄມ້ກະທິງ, ໄມ້ກ້ວງ, ຕົ້ນໝາກມ່ວງ, ຕົ້ນໝາກມີ້, ຕົ້ນໝາກພ້າວ, ຕົ້ນໝາກຂາມ… ພິເສດ, ຂຽງຂອງໝູ່ບ້ານອາຊີບ ດິ້ງອານ ໄດ້ເຮັດດ້ວຍມື, ບໍ່ນຳໃຊ້ສານເຄມີ, ນຳໄປຕາກແດດເພື່ອໃຫ້ໜ້າຂຽງພຽງ ແລະ ບໍ່ໂໝກ. ອ້າຍ ຫງວຽນກວັກຫວຽດ, ເຈົ້າຂອງໂຮງຈັກຜະລິດຂຽງຢູ່ຕາແສງ ດິ້ງອານ ໃຫ້ຮູ້ວ່າ:
ອາຊີບນີ້ແມ່ນລຸ້ນພໍ່ລຸ້ນອ້າຍໄດ້ຖ່າຍທອດໃຫ້, ແມ່ນຂຽງເຮັດດ້ວຍມື, ບໍ່ມີສານເຄມີ ຫຼືໃຊ້ສີຍ້ອມ. ຂະໜາດ ແລະ ຮູບແບບຂອງມັນກໍ່ງາມຫຼາຍ, ມື້ໜຶ່ງທົ່ວໝູ່ບ້ານເຮັດໄດ້ 1.000 ອັນ, ເອົາໄປຂາຍຢູ່ເຂດທົ່ງພຽງແມ່ນ້ຳຂອງ, ຊ່ວຍຍົກສູງລາຍຮັບ.
ຕາມບົດຮຽນປະສົບການຂອງນາຍຊ່າງເຮັດຂຽງຢູ່ໝູ່ບ້ານອາຊີບ ດິ້ງອານ ແລ້ວ, ເມື່ອເຮັດຂຽງຕ້ອງເລືອກເອົາໄມ້ແກ່, ລຳໃຫ່ຍ, ເອົາໄປອົບໃຫ້ຢາງອອກໝົດ. ການເຮັດຂຽງຕ້ອງເຮັດໄປຕາມແຕ່ລະຂັ້ນຕອນ ແລະ ກໍ່ລຳບາກທີ່ສຸດ, ນາຍຊ່າງແຕ່ລະຄົນຮັບຜິດຊອບແຕ່ລະຂັ້ນຕອນແຕກຕ່າງກັນ. ຢູ່ໝູ່ບ້ານອາຊີບ ດິ້ງອານ, ຫຼາຍຄອບຄົວໄດ້ເປີດໂຮງຈັກນ້ອຍເພື່ອເຮັດວຽກ… ເຮັດຂຽງລຳບາກກວ່າໝູ່ແມ່ນເວລາເອົາໄປຕາກແດດ ຕ້ອງໄດ້ເຝົ້າເບິ່ງປັນປະຈຳ ຍ້ອນອາກາດມັກປ່ຽນແປງຕະຫຼອດ. ຍາມລະດູຝົນ, ບາງເທື່ອເປັນອາທິດຈຶ່ງຈະຕາກແດດໃຫ້ແຫ້ງໄດ້ເພື່ອນຳໄປເຮັດຂັ້ນຕອນກົບໄມ້ໜ້າຂຽງໃຫ້ພຽງ.
ຜະລິດຕະພັນທີ່ມີຊື່ສຽງຂອງໝູ່ບ້ານອາຊີບ ດິ້ງອານ ແມ່ນຂຽງໄມ້ກະທິງ ແລະ ນາຍຊ່າງໄດ້ເລືອກເອົາໄມ້ກະທິງແກ່ເພື່ອເຮັດຂຽງ. ເອື້ອຍ ເລໝີ້ຈາງ, ກຳມະກອນກົບໄມ້ຂຽງຢູ່ໝູ່ບ້ານອາຊີບ ດິ້ງອານ ໃຫ້້ຮູ້ວ່າ:
ໜ້າຂຽງຕ້ອງພຽງ ແລະ ເງົາເຫຼື້ອມ, ຢາກມີຂຽງທີ່ດີແມ່ນຕ້ອງເລືອກເອົາຂຽງໄມ້ກະທິງ ຫຼືໄມ້ກ້ວງ. ປະຈຸບັນ, ຂຽງໄມ້ກະທິງແມ່ນດີທີ່ສຸດ, ໃຊ້ເປັນ 10 ປີຈຶ່ງຈະເພ, ມັນບໍ່ໂໝກ, ເກັບໄວ້ດົນປານໃດກໍ່ໄດ້.
ສະເລ່ຍໃນມື້ໜຶ່ງ, ຄອບຄົວໜຶ່ງຢູ່ໝູ່ບ້ານອາຊີບ ດິ້ງອານ ຜະລິດຂຽງໄດ້ 200 ອັນ ແຕ່ໃນເວລາຈຸດສຸມຄືໃກ້ຈະຮອດບຸນເຕັດ, ຄວາມຕ້ອງການໃຊ້ຂຽງຂອງ ປຊຊ ມີຫຼາຍ, ສະມັດຕະພາບກໍ່ໄດ້ຍູ້ແຮງ ອາດຈະຂຶ້ນເຖິງ 1.000 ອັນ. ແຕ່ລະປີ, ໃນຍາມນ້ຳຂຶ້ນ (ແຕ່ເດືອນສິງຫາ - ເດືອນພະຈິກ), ຕາແສງ ດິ້ງອານ ໄດ້ເລີ່ມມີຄວາມຄັບຄາໜາແໜ້ນກວ່າວັນທຳມະດາ. ສຽງເລື່ອຍໄມ້, ເຈາະໄມ້, ສຽງຈັກ, ສຽງເວົ້າສຽງຫົວຂອງ ປຊຊ… ໄດ້ເຮັດໃຫ້ເຂດບ້ານນາແຫ່ງນີ້ມີຈັງຫວະການດຳລົງຊີວິດໃໝ່ຕື່ມອີກ…./.




