logo

ກ໋​ວາງ​ຈິ ຈັດ​ຕັ້ງພິ​ທີໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ນັກ​ຮົບ​ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ ທີ່ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

2020/5/5 | 10:48:30
(VOVWORLD) - ວັນທີ 5 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ເສັ້ນທາງເລກທີ 9, ແຂວງກ໋ວາງຈິ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ຈຳນວນ 16 ອັດຖິ ແລະ ຂຸມອັດຖິທະຫານລວມໝູ່.
ການນຳທະຫານເຂດ 4 ຖະຫວາຍທຽນ ໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດ (ພາບ: TTXVN )

ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຄະນະກຳມະການ ປະຊາຊົນແຂວງກ໋ວາງຈິ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 34, ແຂວງ ກ໋ວາງຈິ ຈັດຕັ້ງພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດ (ນັບແຕ່ປີ 1993 ມາຮອດປັດຈຸບັນ), ຢັ້ງຢືນເຖິງບົດບາດຄວາມຮັບຜິດຊອບຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງກ໋ວາງຈິ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼີເລືອດເນື້ອຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ. ຊຸມປີຜ່ານມາ, ທາງແຂວງກ໋ວາງຈິ ໄດ້ພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ບັນດາເຜົ່າ ຜັນຂະຫຍາຍວຽກງານຄົ້ນຫາ ແລະ ນຳອັດຖິນັກຮົບເສຍສະຫຼະຊີວິດນັບພັນຊຸດກັບເມືອບ້ານເກີດເມືອງນອນ, ປະເທດຊາດ.

TAG
VOV/VOVworld/ກ໋​ວາງ​ຈິ/ໄວ້​ອາ​ໄລ/​ນັກ​ຊ​່ຽວ​ຊານ/ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ