logo

ກວາງ​ນິງ ສູ້​ຊົນ GRDP ລື່ນ​ກາຍ 12,5% ໃນ​ປີ 2026

2025/12/12 | 05:00:00
(VOVWORLD) - ປີ 2025 ນີ້, ແຂວງ ກວາງນິງ ສືບຕໍ່ຮັກສາທ່າເຕີບໂຕ “ສອງຕົວເລກ” ດ້ວຍການເຕີບໂຕລວມຍອດຜະລິດຕະພັນພາຍໃນນະຄອນບັນລຸ 11,89%. ຂອບເຂດເສດຖະກິດຂອງປີ 2025 ສືບຕໍ່ຮັກສາອັນດັບທີ 7/34 ແຂວງ, ນະຄອນໃນທົ່ວປະເທດ.
ປີ 2025 ນີ້, ແຂວງ ກວາງນິງ ສືບຕໍ່ຮັກສາທ່າເຕີບໂຕ “ສອງຕົວເລກ” (ພາບ: thoibaotaichinhvietnam.vn)

 

  GRDP ສະເລ່ຍຕໍ່ຫົວຄົນບັນລຸ 10.402 USD. ໃນນັ້ນ, ຂົງເຂດການບໍລິການ, ພິເສດແມ່ນການທ່ອງທ່ຽວ, ປະກອບກວ່າ 50% ເຂົ້າໃນການເຕີບໂຕ GRDP ຂອງແຂວງ ກວາງນິງ. ການລົງທຶນຕ່າງປະເທດ (FDI) ຄາດວ່າບັນລຸປະມານ 1 ຕື້ USD. ວຽກງານໜູນຊ່ວຍສັງຄົມ ແລະ ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບປະກັນ.

        ປີ 2026, ແຂວງ ກວາງນິງ ວາງເປົ້າໝາຍ: GRDP ສະເລ່ຍຕໍ່ຫົວຄົນບັນລຸແຕ່ 11.800 USD ຂຶ້ນໄປ; ການເກັບງົບປະມານແຫ່ງລັດໃນບໍລິເວນແຂວງບັນລຸກວ່າແຜນງົບປະມານໂດຍສູນກາງມອບໝາຍໃຫ້; ອັດຕາສ່ວນອຸດສາຫະກຳປຸງແຕ່ງ, ປະດິດສ້າງໃນ GRDP ກວ່າ 14%; ອັດຕາສ່ວນເສດຖະກິດດີຈີຕອນໃນ GRDP ບັນລຸກວ່າ 12%... ທ່ານ ກວານມິງເກື່ອງ, ເລຂາພັກແຂວງແຂວງ ກວາງນິງ, ຢັ້ງຢືນວ່າ:

        “ສ້າງບຸກທະລຸໃນການເຕີບໂຕເສດຖະກິດ, ຕັດສິນໃຈປະຕິບັດສຳເລັດເປົ້າໝາຍລະດັບການເຕີບໂຕເສດຖະກິດ GRDP ປີ 2026 ບັນລຸກວ່າ 12,5%. ຍູ້ແຮງໂຄງປະກອບ, ສ້າງຮູບແບບການເຕີບໂຕເສດຖະກິດ, ຖືວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳເປັນກຳລັງໜູນຕົ້ນຕໍ. ຮີບເຮັ່ງສ້າງ ແລະ ຜັນຂະຫຍາຍແຜນຮ່າງສ້າງຮູບແບບການເຕີບໂຕໃໝ່. ໃນໄລຍະຍັງເຫຼືອຂອງປີ 2025, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນໃນແຂວງ ຕ້ອງຍາດເວລາ, ເພີ່ມລະດັບຄວາມໄວເພື່ອບັນລຸເປົ້າໝາຍ, ຄາດໝາຍທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ”.

TAG
VOV/VOVworld/ກວາງ​ນິງ/ການ​ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ