logo

ກວາງ​ນິງ ເລີ່ມ​ລົງ​ມືກໍ່​ສ້າງ, ເປີດ​ສະຫຼອງ 31 ໂຄງ​ການ​ຈຸດ​ສຸມ, ສ້າງ​ໂສມ​ໜ້າ​ພັດ​ທະ​ນາ​ໃໝ່

2025/12/18 | 10:52:00
(VOVWORLD) - ບັນດາໂຄງການພົນເດັ່ນໄດ້ຜັນຂະຫຍາຍໃນໂອກາດນີ້ແມ່ນຂຶ້ນກັບບັນດາຂົງເຂດສາທາລະນະສຸກ, ການສຶກສາ, ເຮືອນຢູ່ສັງຄົມ, ພື້ນຖານໂຄງລ່າງຄົມມະນາຄົມ, ການບໍລິການທ່ອງທ່ຽວ, ການພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງລະດັບສູງ ດ້ວຍຍອດຈຳນວນເງິນລົງທຶນກ່ວາ 390.000 ຕື້ດົ່ງ.
ພິທີເລີ່ງລົງມືກໍ່ສ້າງເຂດການບໍລິການທ່ອງທ່ຽວປະສົມລະດັບສູງ ເວິໂດ່ນ(ພາບ: baodautu.vn)

ພ້ອມກັບຫຼາຍກິດຈະກຳ, ໂຄງການທີ່ມີຂອບຂະໜາດໃຫ່ຍໃນທົ່ວປະເທດໄດ້ຮັບການເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ ຂ່ຳນັບຊົມເຊີຍກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຕອນເຊົ້າວັນທີ 19 ທັນວາ, ແຂວງ ກວາງນິງ ໄດ້ພ້ອມກັນ ເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 31 ໂຄງການ, ກິດຈະກຳຈຸດສຸມ.

ບັນດາໂຄງການພົນເດັ່ນໄດ້ຜັນຂະຫຍາຍໃນໂອກາດນີ້ແມ່ນຂຶ້ນກັບບັນດາຂົງເຂດສາທາລະນະສຸກ, ການສຶກສາ, ເຮືອນຢູ່ສັງຄົມ, ພື້ນຖານໂຄງລ່າງຄົມມະນາຄົມ, ການບໍລິການທ່ອງທ່ຽວ, ການພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງລະດັບສູງ ດ້ວຍຍອດຈຳນວນເງິນລົງທຶນກ່ວາ 390.000 ຕື້ດົ່ງ. ໃນນັ້ນ, ໜຶ່ງໃນບັນດາກິດຈະກຳຈຸດສຸມແມ່ນໂຄງການກໍ່ສ້າງເຂດການບໍລິການທ່ອງທ່ຽວປະສົມລະດັບສູງ ເວິໂດ່ນ ທີ່ມີເນື້ອທີ່ປະມານ 244 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນປະມານ 2 ຕື້ USD; ເຂດປະສົມການທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງ Crystal Holidays Harbour ເວີນໂດ່ນ ດ້ວຍຫ້ອງນອນໂຮມແຮມ, ເຮືອນທ່ອງທ່ຽວມາດຖານ 5 ດາວສາກົນເກືອບ 1000 ຫ້ອງ. ສຳລັບ ປຊຊ ເຂດທະເລເກາະ ເວິນໂດ່ນ, ແຕ່ລະໂຄງການມື້ນີ້ ບໍ່ພຽງແຕ່ແມ່ນກິດຈະກຳໃໝ່ເທົ່ານັ້ນ, ຫາກຍັງແມ່ນຄວາມເຊື່ອໝັ້ນຕໍ່ອະນາຄົດ, ແມ່ນໂອກາດມີວຽກເຮັດງານທຳ, ທຳມາຫາກິນ ແລະ ການປ່ຽນແປງຂອງບ້ານເກີດເມືອງນອນອີກດ້ວຍ:

  ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດຍ້ອນການພັດທະນາຂອງເຂດພິເສດ ເວີນໂດ່ນ. ກ່ອນນີ້ ຢູ່ນີ້ແມ່ນບ່ອນມີແຕ່ຂີ້ຕົ້ມ, ບໍ່ເຄີຍຄິດວ່າຢູ່ ເວິນໂດ່ນ ຈະມີສະຫນາມບິນ, ແລ້ວກໍ່ມີບັນດາໂຄງການໃຫ່ຍໂຕແບບນີ້.

   ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງຈະສ້າງໂສມໜ້າໃໝ່ໃຫ້ແກ່ເຂສດ ເວິນໂດ່ນ, ສ້າງລາຍຮັບຕື່ມອີກ, ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ ແລະ ຊຸກຍູ້ເສດຖະກິດຂອງເຂດນີ້ພັດທະນາກ່ວາອີກ.

         

TAG
VOV/VOVworld/ກວາງ​ນິງ ເລີ່ມ​ລົງ​ມືກໍ່​ສ້າງ/ເປີດ​ສະຫຼອງ 31 ໂຄງ​ການ​ຈຸດ​ສຸມ/ສ້າງ​ໂສມ​ໜ້າ​ພັດ​ທະ​ນາ​ໃໝ່/ເຂດປະສົມການທ່ອງທ່ຽວ/ພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງ Crystal Holidays Harbour ເວີນໂດ່ນ/ພື້ນຖານໂຄງລ່າງຄົມມະນາຄົມ/ການບໍລິການທ່ອງທ່ຽວ/ການພັກຜ່ອນບຳລຸງສຸຂະພາບ ແລະ ບັນເທິງລະດັບສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ