logo

ກວາງ​ນິງ ໝູນ​ໃຊ້​ການ​ຄຸ້ມ​ຄອງ​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ອ່າວ ຮະ​ລອງ ດ້ວຍດີ​ຈີ​ຕອນ

2025/12/9 | 11:24:00
(VOVWORLD) - ນັບແຕ່ວັນທີ 10 ທັນວາ, ແຂວງ ກວາງນິງ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວ ແລະ ຂາຍປີ້ ເກັບກຳຂໍ້ມູນແຂກມາທ່ຽວອ່າວ ຮະລອງ ຢ່າງຄົບຖ້ວນ, ເພື່ອແນໃສ່ເພີ່ມທະວີການຄຸ້ມຄອງ ແລະ ຮັບໃຊ້ການຫັນເປັນດີຈີຕອນ. 
ແຂກທ່ອງທ່ຽວຊຳລະ ໂດຍບໍ່ນຳໃຊ້ເງິນສົດ (ພາບ: quangninh.gov.vn) 

ຕາມຂໍ້ກຳນົດໃໝ່, ແຂກທ່ອງທ່ຽວ ຫວຽດນາມ ຕ້ອງແຈ້ງບັດປະຈຳຕົວ ຫຼື ເລກລະຫັດປະຈຳຕົວ; ແຂກທ່ອງທ່ຽວສາກົນສະໜອງຂໍ້ມູນກ່ຽວກັບໜັງສືຜ່ານແດນ ແລະ ສັນຊາດ. ເດັກນ້ອຍ ແລະ ຜູ້ທີ່ຍັງບໍ່ທັນມີໜັງສືຢ່າງຄົບຖ້ວນ ນຳໃຊ້ຂໍ້ມູນຂອງຜູ້ປົກຄອງ. ບັນດາຂໍ້ມູນຢັ້ງຢືນດັ່ງກ່າວ ຈະໄດ້ສະໜອງໃຫ້ແກ່ພະນັກງານຂາຍປີ້, ຜູ້ຄວບຄຸມຢູ່ທ່າກ່ຳປັ່ນທ່ອງທ່ຽວສາກົນ ຮະລອງ ແລະ ທ່າກ່ຳປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ.

        ຄະນະຄຸ້ມຄອງມໍລະດົກໂລກ ອ່າວຮະລອງ - ອຽນຕື໋ ໃຫ້ຮູ້ວ່າ ຂໍ້ມູນດັ່ງກ່າວຈະໄດ້ນຳໃຊ້ຖືກຕ້ອງຕາມຈຸດປະສົງ, ຮັບປະກັນຄວາມປອດໄພ ແລະ ສິດສ່ວນຕົວ. ວາງເປົ້າໝາຍຮອດວັນທີ 01 ມັງກອນ 2026 ສ້າງສຳເລັດຖານຂໍ້ມູນ ແລະ ໝູນໃຊ້ເຕັກໂນໂລຢີເຂົ້າໃນການຂາຍປີ້.

ພະນັກງານຂາຍປີ້ແນະນຳໃຫ້ແກ່ແຂກທ່ອງທ່ຽວ (ພາບ: VOV)

        ນັບແຕ່ເດືອນທັນວາ 2025, ແຂກທ່ອງທ່ຽວ ຈີນ ສາມາດ ສະແກນລະຫັດ QR ດ້ວຍແອັບຊຳລະທີ່ຄຸ້ນເຄີຍຢູ່ຫຼາຍຈຸດບໍລິການພາຍໃນແຂວງ.

        ທາງແຂວງ ກໍຍູ້ແຮງການສ້າງລະບົບນິເວດການທ່ອງທ່ຽວດີຈີຕອນ, ດ້ວຍແຜນທີ່ທາງອິນເຕີເນັດ, ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນ, ຊີ້ທາງ, ຕີລາຄາການບໍລິການ ແລະ ຮັບຄຳແນະນຳຜ່ານແອັບ ຫຼື ລະຫັດ QR.    

TAG
VOV/VOVworld/ການທ່ອງທ່ຽວດີຈີຕອນ/ກວາງ​ນິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ