logo

ກອງ​ທັບ Madagascar ຖະ​ແຫຼງ​ຍາດ​ໄດ້​ສິດ​ຄວບ​ຄຸມ​ປະ​ເທດ​ຊາດ

2025/10/15 | 09:21:33
(VOVWORLD) - ວັນທີ 14 ຕຸລາ, ກົມກອງຍອດຢ້ຽມຂອງກອງທັບ Madagascar ຖະແຫຼງວ່າ ຍາດໄດ້ສິດຄວບຄຸມປະເທດແລ້ວ, ພາຍຫຼັງທີ່ສະພາແຫ່ງຊາດປ່ອນບັດພິຈາລະນາໂທດປະທານາທິບໍດີ ທ່ານ Andry Rajoelina. 
ທ່ານປະທານາທິບໍດີ Madagascar Andry Rajoelina ກ່າວຄຳເຫັນໃນວັນທີ 13/10/2025 (ພາບ: THX/TTXVN)

ທ່ານພົນໂທ Michael Randrianirina, ຜູ້ນຳໜ້າກົມກອງບໍລິຫານ ແລະ ເຕັກນິກ (CAPSAT), ຫົວໜ່ວຍແຖວໜ້າຂອງກອງທັບ Madagascar ໄດ້ກ່າວຖະແຫຼງຢູ່ທຳນຽບປະທານາທິບໍດີ, ໄດ້ແຈ້ງຢຸດຕິການປະຕິບັດລັດຖະທຳມະນູນ ແລະ ສ້າງຕັ້ງຄະນະກຳມະການບໍລິຫານຊົ່ວຄາວ ດ້ວຍຜູ້ຕາງໜ້າຂອງກອງທັບ, ສັນຕິລາດທະຫານ ແລະ ຕຳຫຼວດແຫ່ງຊາດ.

        ສານລັດຖະທຳມະນູນ Madagascar ໄດ້ຢັ້ງຢືນສິດອຳນາດຂອງທ່ານ Randrianirina, ປະກາດຖານະຕຳແໜ່ງຕັ້ງຂອງທ່ານປະທານາບໍດີຜູ້ຖືກປະຫວ່າງ. ເຖິງຢ່າງໃດກໍຕາມ, ທຳນຽບປະທານາທິບໍດີ Madagascar ໄດ້ກ່າວປະນາມການກະທຳດັ່ງກ່າວໃນທັນທີ, ພ້ອມທັງຢັ້ງຢືນວ່າ ທ່ານປະທານນາທິບໍດີ Rajoelina ຍັງຄົງສືບຕໍ່ດຳລົງຕຳແໜ່ງ.

TAG
VOV/VOVworld/ຜູ້ນຳໜ້າກົມກອງບໍລິຫານ ແລະ ເຕັກນິກ/ປະທານາທິບໍດີ Madagascar

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ