logo

ກອ​ງ​ທັບ​ປະ​ຊາ​ຊົນ​ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ​​ສະ​ຫງ່າງາມ

2025/12/21 | 14:26:45

(VOVWORLD) - "ກອງທັບປະຊາຊົນກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກສະຫງ່າງາມ" ນີ້ແມ່ນຫົວຂໍ້ຂອງບົດຂຽນໃນວັນທີ 21 ທັນວາຂອງທ່ານເລຂາທິການໃຫຍ່ ໂຕເລິມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2025).



ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່ຜູ້ແທນ ຄະນະພັກການທະຫານຄັ້ງທີ 12 ຢູ່ຮ່າໂນ້ຍ (ພາບ: VOV)

ບົດຂຽນໄດ້ຢັ້ງຢືນວ່າໃນຕະຫຼອດໄລຍະແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ກອງທັບຫວຽດນາມ ແມ່ນກຳລັງຫຼັກແຫຼ່ງພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງຂຶ້ນຫຼາຍວິລະກຳອັນຍິ່ງໃຫຍ່ ໃນພາລະກິດແຫ່ງການກໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.

ໄຊຊະນະນັ້ນແມ່ນເຕົ້າໂຮມຈາກຫຼາຍປັດໄຈ, ໃນນັ້ນ ການຊີ້ນຳນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບແມ່ນປັດໄຈມີຄວາມໝາຍຕັດສິນ. ບົດຂຽນ ໄດ້ເນັ້ນໜັກວ່າ ເພື່ອສືບຕໍ່ຮັກສາຢ່າງໝັ້ນແກ່ນ, ເສີມຂະຫຍາຍບົດບາດຂອງກອງທັບໃນການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນສະໄໝໃໝ່, ຄະນະພັກການທະຫານ ແລະ ທົ່ວກອງທັບຕ້ອງສຸມໃສ່ປະຕິບັດ 4 ໜ້າທີ່ຈຸດສຸມ, ຫຼັກແຫຼ່ງ.

ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ: ໂດຍມີຄວາມເອກອ້າງທະນົງໃຈຕໍ່ໝູນເຊື້ອອັນສະຫງ່າລາສີໃນໄລຍະ 81 ປີຂອງກອງທັບປະຊາຊົນ ຫວຽດນາມ ວິລະຊົນ, ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ເຊື່ອໝັ້ນວ່າ ກອງທັບຈະສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມ, ສ້າງກອງທັບປະຊາຊົນປະຕິວັດ, ເປັນກອງຫຼວງ, ທັນສະໄໝ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ, ຍອດຢ້ຽມ, ປະກອບສ່ວນສ້າງປະເທດຊາດແຫ່ງສັນຕິພາບ, ຮັ່ງມີເຂັ້ມແຂງ, ຜາສຸກໃນສັງກາດໃໝ່ຂອງຊາດ.

TAG
VOV/VOVworld/ກອງ​ທັບ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ