logo

ກອງບັນຊາການທະຫານປ້ອງກັນ ຊາຍແດນພົບປະກັບເຈົ້າກົກເຈົ້າເຫຼ່ົາ, ນາຍບ້ານແຂວງ Ha Giang

2012/4/25 | 08:44:15
ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ພົບ​ປະ​ກັບ​ຄະນະຜູ້​ແທນ​ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼ່ົາ, ນາຍບ້ານ, ຜູ້​ມີ​ອິດທິຜົນ​ຊື່​ສຽງ​​ໃນ​ແຂວງ Ha Giang ​ເນື່ອງ​ໃນ​​ໂອກາດ​ຄະນະມາ​ຢ້ຽມຢາມ​ຮ່າ​ໂນ້ຍ.

( ພາບປະກອບ )

( vovworld ) –   ຕອນ​ບ່າຍ​ວັນ​ທີ 24/4, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ພົບ​ປະ​ກັບ​ຄະນະຜູ້​ແທນ​ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼ່ົາ, ນາຍບ້ານ, ຜູ້​ມີ​ອິດທິຜົນ​ຊື່​ສຽງ​​ໃນ​ແຂວງ Ha Giang ​ເນື່ອງ​ໃນ​​ໂອກາດ​ຄະນະມາ​ຢ້ຽມຢາມ​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານພົນ​ຈັດຕະວາ Nguyen Xuan Quang, ຫົວໜ້າ​ການ​ເມືອງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາຍ​ແດນ ​ໄດ້​ຍົກ​ໃຫ້​ເຫັນບັນດາ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ຂອງ​ປະຊາຊົນບັນດາເຜົ່າ​ໃນ​ເສັ້ນ​ຊາຍ​ແດນ​ແຂວງ Ha Giang, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​​ເຖິງ​ບົດບາດ​ຂອງເຈົ້າ​ກົກ​ເຈົ້າ​ເຫຼ່ົາ, ນາຍ​ບ້ານ ​ແລະ ຜູ້​ມີ​ອິດທິຜົນ​ຊື່​ສຽງ​ 34 ຄົນຢູ່​ເຂດ​ສາຍ​ແດນ.

“ Ha Giang ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາ​ຍຢ່າງ ​ແຕ່​ໃນ​ສະພາບການ​ໃດກໍ​ຕາມ, ເຈົ້າ​ກົກ​ເຈົ້າ​ເຫຼ່ົາ ​ແລະ ນາຍບ້ານທັງ​ໝົດ 34 ຄົນ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ອິດທິຜົນ​ຊື່​ສຽງ​ຂອງ​ຕົນ ຂົນຂວາຍ​ພໍ່​ແມ່ປະຊາຊົນ​ໃນ​ບ້ານ, ຕາ​ແສງ, ວົງ​ຕະກຸນຂອງ​ຕົນ​ມີ​ຄວາມຈົ່ງ​ຮັກ​ພັກດີ​ຕໍ່​ພັກ ​ແລະ ລັດ ​ແລະ ຕິດ​ພັນ​ກັບ​ທະຫານ​ປ້ອງ​ກັນ​​ຊາຍ​ແດນ​ເພື່ອ​ປົກ​ປັກ​ຮັກສາຫຼັກ​ໝາຍຊາຍ​ແດນ ​ແລະ ຄວາມ​ສະຫງົບປອດ​ໄພຢູ່​ໃນ​ໝູ່​ບ້ານ ”.
TAG
Ha Giang

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ