logo

ກອງ​ບັນ​ຊາ​ການທະ​ຫານ​ເຮືອ​ເຂດ 3 ໄດ້​ສົມ​ທົບ​ກັນ​ໂຄ​ສະ​ນາ​ໃຫ້​ແກ່​ຊາວ​ປະ​ມົງ​ກ່ຽວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິ​ດ​ກົດ​ໝາຍ

2025/11/14 | 12:56:31
(VOVWORLD) - ທ່ານພັນເອກ ເລວັນຕູ, ຜູ້ຮັບຜິດຊອບວຽກງານການເມືອງ ກອງບັນຊາການທະຫານເຮືອເຂດ 3 ໃຫ້ຮູ້ວ່າ ການເຄື່ອນໄຫວນີ້ນອນໃນບັ້ນຜັນຂະຫຍາຍຈຸດສຸມຢ່າງຄົບຊຸດໃນ 6 ແຂວງ, ນະຄອນທີ່ຕົນຮັບຜິດຊອບ, ສົມທົບກັບວຽກງານລາດຕະເວນ, ກວດກາຢູ່ທະເລຢ່າງແໜ້ນແຟ້ນ.
ວາລະປະຊຸມສານ ແບບສົມມຸດຖານ (ພາບ: TTXVN)

ວັນທີ 13 ພະຈິກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງຈັດວາລະປະຊຸມແບບສົມມຸດຖານ ແລະ ການໂອ້ລົມສົນທະນາດ້ານກົດໝາຍ ຢູ່ຕາແສງ ຫວູເຕົາ ແລະ ຕາແສງ ລອງຫ໋າຍ (ນະຄອນ ໂຮ່ຈີມິນ) ເຊິ່ງແມ່ນສອງທ້ອງຖິ່ນຈຸດສຸມກ່ຽວກັບກຳປັນຫາປາ. ການເຄື່ອນໄຫວເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ຊ່ວຍເຈົ້າຂອງພາຫະນະ ແລະ ຊາວປະມົງມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຜົນຕາມມາດ້ານນິຕິກຳຂອງການກະທຳລະເມີດການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ທ່ານພັນເອກ ເລວັນຕູ, ຜູ້ຮັບຜິດຊອບວຽກງານການເມືອງ ກອງບັນຊາການທະຫານເຮືອເຂດ 3 ໃຫ້ຮູ້ວ່າ ການເຄື່ອນໄຫວນີ້ນອນໃນບັ້ນຜັນຂະຫຍາຍຈຸດສຸມຢ່າງຄົບຊຸດໃນ 6 ແຂວງ, ນະຄອນທີ່ຕົນຮັບຜິດຊອບ, ສົມທົບກັບວຽກງານລາດຕະເວນ, ກວດກາຢູ່ທະເລຢ່າງແໜ້ນແຟ້ນ. ຜ່ານບັນດາໂຄງການກອງບັນຊາການທະຫານເຮືອເຂດ 3 ໄດ້ປະສົມປະສານບັນດາຄະດີ ເຊິ່ງປະຊາຊົນຕ້ອງຮັບຜິດຊອບຖ້າລະເມີດກົດໝາຍ. ຈາກນັ້ນ ຍົກສູງມະຕິປະຕິບັດຕາມກົດໝາຍ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຍົກເລີກບັດເຫຼືອງຂອງ EC ໃນທົ່ວປະເທດ ແລະ ພັດທະນາອາຊີບຫາປາແບບຍືນຍົງ.

TAG
VOV/VOVworld/​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິ​ດ​ກົດ​ໝາຍ/IUU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ