logo

ກອງ​ປະ​ຊຸມ CLMV SEOM ຄ​ັ້ງ​ທີ 19 ປຶກ​ສາ​ຫາ​ລືຫຼາຍ​ເນື້ອ​ໃນ​ທີ່​ສຳ​ຄັນ

2020/7/22 | 11:11:18
(VOVWORLD) -ຕອນເຊົ້າວັນທີ 22 ກໍລະກົດ, ກອງປະຊຸມເຈົ້າໜ້າອາວຸໄສດ້ານເສດຖະກິດ ກຳປູເຈຍ - ລາວ  - ມຽນມາ - ຫວຽດນາມ (CLMV SEOM) ຄັ້ງທີ 19 ໄດ້ຈັດຂຶ້ນທາງອອນລາຍ. ນີ້ແມ່ນກອງປະຊຸມ SEOM ສຳຄັນຂອງກົນໄກຮ່ວມມືເສດຖະກິດ CLMV. ກອງປະຊຸມໂດຍຫົວໜ້າ SEOM CLMV ຂອງລາວບໍລິຫານຕາມກົນໄກໝູນວຽນ.
ກອງປະຊຸມເຈົ້າໜ້າອາວຸໄສດ້ານເສດຖະກິດ ກຳປູເຈຍ - ລາວ  - ມຽນມາ - ຫວຽດນາມ (CLMV SEOM) ຄັ້ງທີ 19 (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) 

ກອງປະຊຸມໄດ້ສຸມໃສ່, ກວດກາຄືນໃໝ່ສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນແຜນການກະທຳ CLMV 2019 – 2020, ປຶກາສາຫາລືແຜນການສ້າງແຜນການກະທຳ CLMV  2021 – 2022, ປຶກສາຫາລື ບັນດາຂັ້ນຕອນຕໍ່ໄປຕາມເອກະສານກອບພັດທະນາ CLMV ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມຂັ້ນສູງ CLMV ໂດຍໄວ, ອັດເດດສະພາບການຜັນຂະຫຍາຍ ຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ IAI, ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ CLMV ຄັ້ງທີ 12.

        ບັນດາປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າ, ການລົງທຶນ, ການບໍລິການ, ພິເສດແມ່ນການເຄື່ອນໄຫວການຄ້າຜ່ານແດນລະຫວ່າງບັນດາປະເທດ CLMV, ຈຳກັດ ແລະ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າທີ່ບໍ່ຈຳເປັນເພື່ອໜູນຊ່ວຍບັນດາວິສາຫະກິດ, ພິເສດແມ່ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ຮັບປະກັນການເຄື່ອນໄຫວຂອງ ບັນດາລະບົບສະໜອງ.

TAG
VOV/VOVworld/ກອງ​ປະ​ຊຸມ CLMV SEOM

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ