logo

ກອງ​ປະ​ຊຸມ​ຄັ້ງ​ທີ 2 ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດຫວຽດ​ນາມ

2025/9/15 | 10:40:19
(VOVWORLD) - ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມຄັ້ງທີ 2 ສະພາເລືອກຕັ້ງແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ສະເໜີທຸກວຽກງານເປັນເສນາທິການຕ້ອງໄດ້ສຸມໃສ່ຫຼາຍກວ່າອີກເພື່ອຮັບປະກັນລັກສະນະວິທະຍາສາດ, ມີໄຫວພິບ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະຕິບັດແຕ່ໄກໂດຍໄວ. ທ່ານໃຫ້ຮູ້ວ່າ:

ທ່ານເລຂາທິການໃຫຍ່ ໂຕເລິມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຕັ້ງຫວັງຕໍ່ຜົນສຳເລັດໃນວຽກກງານເລືອກຕັ້ງ, ດັ່ງນັ້ນວຽກງານຈັດຕັ້ງກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງຕ້ອງບັນລຸໄດ້ມາດຖານ, ມີຜົນກະທົບທີ່ດີ. ເວລາກະກຽມບໍ່ມີຫຼາຍແລ້ວ, ຮຽກຮ້ອງຕ້ອງມີຄວາມຕັ້ງໃຈ, ຄົບຊຸດ, ເຮັດທັນທີນັບແຕ່ຕອນນີ້.

ກ່ຽວກັບຮ່າງແຜນການຈັດຕັ້ງກອງປະຊຸມທົ່ວປະເທດ, ທ່ານປະທານສະພາແຫ່ງຊາດຮຽກຮ້ອງຕ້ອງປ່ຽນແປງໃໝ່ກອງປະຊຸມຜັນຂະຫຍາຍ 2 ສົ້ນ, ມີການແລກປ່ຽນເຊິ່ງກັນແລະກັນ, ເປັນຕົ້ນແມ່ນໃນເງື່ອນໄຂກົງຈັກໃໝ່, ຕ້ອງມີຄວາມລະອຽດລະອໍ, ດັ່ງນັ້ນຄຳເຫັນອະທິບາຍຕ້ອງຖືກຕ້ອງ, ຊັດເຈນ, ມີຈຸດສຸມ, ແທ້ຈິງ, ມີກຳລັງແຜ່ຂະຫຍາຍຢ່າງແຮງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າຫຼັກແຫຼ່ງ ແລະ ການປ່ຽນແປງຢ່າງແຮງຍັງແມ່ນບຸລິມະສິດ, ສ້າງເງື່ອນໄຂຢ່າງສະດວກທີ່ສຸດໃຫ້ແກ່ຜູ້ອອກສະໝັກຮັບເລືອກຕັ້ງ, ອົງການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງ, ຫຼີກລ້ຽງຄວາມຜິດພາດ ແລະ ການຮ້ອງທຸກຮ້ອງຟ້ອງ.

TAG
VOV/VOVworld/ຫວຽດ​ນາມ/ກອງ​ປະ​ຊຸມ/ການ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ