logo

ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ

2022/1/10 | 09:44:33
(VOVWORLD) -ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.
(ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ)

ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນປີ 2021. ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ. ພິເສດແມ່ນວົງເງິນການຄ້າໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ, ບັນລຸ 1,3 ຕື້ USD, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ປີ 2020.

        ໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງລະຫວ່າງ 2 ກົມການເມືອງ ແລະ ຂໍ້ຕົກລົງ, ສັນຍາ, ເອກະສານຮ່ວມມືສະບັບອື່ນໆ, ຊຸກຍູ້ການພົວພັນດ້ານການເມືອງ - ການທູດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ. 2 ຝ່າຍໄດ້ເປັນເອກະພາບສູ້ຊົນນຳວົງເງິນການຄ້າ 2 ສົ້ນໃນປີ 2022 ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ພິເສດ, ສົມທົບກັນຈັດຕັ້ງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ໃຫ້ເປັນຢ່າງດີ.

TAG
VOV/VOVworld/​ການ​ເມືອງ/ການ​ຕ່າງ​ປະ​ເທດ/ການ​ປ້ອງ​ກັນ​ຊາດ/ປ້ອງ​ກັນ​ຄວາມ​ສະ​ຫງົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ