logo

ກອງ​ປະ​ຊຸມ​ຄັ້ງ​ທີ 7 ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ສາ​ມ​ປະ​ເທດ ກຳ​ປູ​ເຈ​ຍ - ລາວ - ຫວຽດ​ນາມ

2019/8/17 | 08:42:50
(VOVWORLD) - ວັນທີ 17 ສິງຫາ, ຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ, ໄດ້ດຳເນີນກອງປະຊຸມຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດລະຫວ່າງສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງການຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ໃນເຂດສາມລ່ຽມພັດທະນາ”.
 ທ່ານ ນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມໄດ້ແກ່ຍາວໄປຮອດໝົດວັນທີ 18 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ກົນໄກຮ່ວມມືຂອງ 3 ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດໃນຫຼາຍປີທີ່ຜ່ານມາ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະພາແຫ່ງຊາດ 3 ປະເທດ ຢ່າງເລິກເຊິງ ແລະ ມີປະສິດທິຜົນກ່ວາ.

ເພື່ອສືບຕໍ່ປະຕິບັດບັນດາແຜນການຮ່ວມມືຂອງເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສືບຕໍ່ກວດກາຄືນໃໝ່, ສ້າງເລັດລະບົບກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບ, ແລກປ່ຽນບົດຮຽນກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ 3 ປະເທດໃນການຜັນຂະຫຍາຍການຕິດຕາມກວດກາ ແລະ ຊຸກຍູ້ການຮ່ວມມືໃນເຂດສາມລ່ຽມພັດທະນາເປັນປະຈຳ.

TAG
VOV/VOVworld/ກຳ​ປູ​ເຈ​ຍ/ລາວ/ຫວຽດ​ນາມ/ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ