logo

ກອງ​ປະ​ຊຸມ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ BRICS+ 2025 ເຫັນ​ດີ​​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ

2025/12/5 | 09:06:35
(VOVWORLD) -    ໃນກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບລະຫວ່າງອົງການລັດ ທີ່ມີສິດອຳນາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ. ນີ້ແມ່ນປັດໄຈສຳຄັນປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງໃນທົ່ວໂລກ.
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຟ້າມເຖຕຸ່ງ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມຕ້ານການກໍ່ການຮ້າຍ BRICS+ 2025 ດ້ວຍຫົວຂໍ້ “ຍຸດທະສາດແຫ່ງຊາດ ແລະ ພາກພື້ນໃນການຕໍ່ສູ້ຕ້ານການກໍ່ການຮ້າຍ BRICS+2025 ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໄພນາບຂູ່ເຖິງຄວາມໝັ້ນຄົງທີ່ຫາກໍ່ປະກົດຂຶ້ນ” ເຊິ່ງໄດ້ດຳເນີນໃນວັນທີ 03 – 04 ທັນວາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຶງດູດຜູ້ແທນກວ່າ 100 ທ່ານທີ່ມາຈາກບັນດາອົງການສະເພາະກິດ, ວົງການນັກຮຽນຮູ້ຂອງບັນດາປະເທດ BRICS, ບັນດາປະເທດຄູ່ຮ່ວມມື ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ.

        ໃນກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບລະຫວ່າງອົງການລັດ ທີ່ມີສິດອຳນາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ. ນີ້ແມ່ນປັດໄຈສຳຄັນປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງໃນທົ່ວໂລກ.

        ບັນດາຜູ້ແທນກໍເຫັນດີຢັ້ງຢືນວ່າ ໜ້າທີ່ຈຸດສຸມແມ່ນຕ້ອງທຳລາຍລ້າງບັນດາອົງການຈັດຕັ້ງກໍ່ການຮ້າຍສາກົນຢ່າງສິ້ນເຊີງ, ໃນນັ້ນ ມີລັດອິດສະລາມອ້າງຊື່ເອງ (IS), ສະກັດກັ້ນການສວຍໃຊ້ບັນດາກຸ່ມເປົ້າໝາຍຫົວຮຸນແຮງ ແລະ ກໍ່ການຮ້າຍຄືເປັນເຄື່ອງມືດຳເນີນ “ສົງຄາມປະສົມ” ຫຼືແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດທີ່ມີອະທິປະໄຕ. ກອງປະຊຸມກໍເຫັນດີເປັນເອກະພາບທັດສະນະບໍ່ນຳໃຊ້ຕາໜ່າງ ຫຼື ແຫຼ່ງກຳລັງຂອງບັນດາອົງການຈັດຕັ້ງກໍ່ການຮ້າຍເພື່ອຮັບໃຊ້ຈຸດປະສົງທາງດ້ານການເມືອງ, ເສດຖະກິດ ບໍ່ວ່າພາຍໃຕ້ຮູບແບບໃດ.

ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ


TAG
VOV/VOVworld/ກອງ​ປະ​ຊຸມ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ BRICS+ 2025

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ