logo

ກອງປະຊຸມທີ່ປຶກສາ ບັນດາອົງການ ພົນລະເຮືອນພາກພື້ນອາຊີ ປາຊິຟິກ

2012/3/10 | 13:48:48
ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ບຸລິມະສິດ​ທີ່​ພວມ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ສະພາບ​ການ​ກະສິກຳ​ຂອງ​ພາກ​ພື້ນ


                        ຄ້ຳປະກັນດ້ານສະບຽງອາຫານ
                        ພາບປະກອບຈາກ internet


(vovworld) - ຕອນ​ເຊົ້າ​ວັນ​ທີ 10/3 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​(AHC) ​ສົມທົບ​ກັບ ​ຄະນະ​ກຳມະການ​ວາງ​ແຜນການ​ສາກົນ​ກ່ຽວ​ກັບ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ (IPC) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທີ່​ປຶກສາ​ບັນດາ​ອົງການ​ພົນລະ​ເຮ​ືອນພາກ​ພື້ນ​ອາຊີ ປາຊິ​ຟີ​ກ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ສຳລັບ​ການ​ຄ້ຳປະກັນ​ດ້ານ​ສະບຽງອາຫານ ​ແລະ ທາດ​ບຳລຸງ​ຢູ່​ພາກ​ພື້ນ​ອາຊີ  ​ປາຊີ​ຟີ​ກ, ທ່າອ່ຽງການ​ລົງທຶນ, ຄ້ຳປ​ະກັນ​ສະບຽງ​ອາຫານ ​ແລະ ນ້ຳ​ສະອາດ​ໃນ​ພາກ​ພື້ນ, ບົດບາດ​ຂອງ​ຊາວ​ກະສິກອນ​ໃນ​ການ​ຜະລິດ​ກະສິກຳ ​ແລະ​ອື່ນ​ໆ. ກ່າ​ວຄ​ຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຮ່ວາງ​ວັນ​ທັງ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

“ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ບຸລິມະສິດ​ທີ່​ພວມ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ສະພາບ​ການ​ກະສິກຳ​ຂອງ​ພາກ​ພື້ນ ພ້ອມ​ທັງ​ຍົກ​ອອກ​ບັນດາ​ຂໍ້ສະ​ເຫ​ນີ​ເພື່ອ​ໃຫ້​ອົງການ​ອາຫານ ​ແລະ ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ (FAO) ​ແລະ​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ຂອງ​ພາກ​ພື້ນ​ສ້າງ​ນະ​ໂຍບາຍ​ອັນ​ຕັ້ງຫນ້າ​ກວ່າ, ມານະ​ພະຍາຍາມ​ສູງ​ກວ່າ​ເພື່ອ​ສຳ​​ເລັດ​​ເປົ້າ​ໝາຍ​ສະຫັດ​ສະຫວັດ ຊ່ວຍ​ຫລຸດຜ່ອນ​ອັດຕາ​ຜູ້​ທຸກ​ຍາກ​ອຶ​ດຫິວ​ຢູ່​ໃນ​ໂລກ​ລົງ​ເຫລືອ​ເຄິ່ງຫນຶ່ງ​ໃນ​ປີ 2015, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ເຂດ​ຊົນນະບົດ​ທີ່​ຍັງ​ປະສົບ​ກັບ​ຄວາ​ຫຍຸ້ງຍາກ.”

TAG
ູຄ້ຳປະກັນດ້ານສະບຽງອາຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ