logo

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ ຫວຽດ​ນາມ - ລາວ: ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

2020/8/7 | 10:13:06
(VOVWORLD) - ເພື່ອປະຕິບັດແຜນການຮ່ວມມືລະຫ່ວາງ ສອງປະເທດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນຊຸມເດືອນທ້າຍປີ 2020, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະເພີ່ມທະວີການສົມທົບກັນ, ແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງຕິດຂັດທີ່ເກີດຂຶ້ນໃນການພົວພັນລະຫວ່າງ ສອງປະເທດບົນເນື້ອໃນຈິດໃຈການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວຢ່າງທັນການ.

ເຖິງວ່າ ໂລກລະບາດ Covid – 19 ເຮັດໃຫ້ຫຼາຍການເຄື່ອນໄຫວທາງການທູດທີ່ສຳຄັນລະຫວ່າງ ສອງປະເທດຖືກຍົກເລີກ, ໂຈະໄວ້ກໍ່ຕາມ ແຕ່ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຍັງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງດີງາມ. ນີ້ແມ່ນຄຳຢັ້ງຢືນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກາງສະໄໝຂອງ ສອງຄະນະກຳມະການຮ່ວມມືຫວຽດນາມ - ລາວ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 7 ສິງຫາ ຕາມຮູບການທາງອອນລາຍ. ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ຕີລາຄາສະພາບການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ - ລາວໃນຊຸມເດືອນຕົ້ນປີ 2020 ແລະ ສ້າງທິດທາງ, ຊຸກຍູ້ການຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ 2020 ເພື່ອແນໃສ່ສ້າງທ່ວງທ່າການຜັນຂະຫຍາຍແຜນການຮ່ວມມືປີ 2021 ຢ່າງມີປະສິດທິຜົນ ແລະ ແຜນການ 5 ປີ 2021 – 2025.

ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ:

ເຖິງວ່າ ສະພາບການໂລກລະບາດ Covid – 19 ໃນໂລກພວມມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ໃນປີນີ້ນາຍົກລັດຖະມົນຕີ 2 ທ່ານ ກໍ່ໄດ້ມີການພົບປະກັນ 2 ຄັ້ງແລ້ວ, ທັງມີການຢ້ຽມຢາມຖາມຂ່າວ ແລະ ທັງມີການພົບປະກັນໂດຍສະເພາະເພື່ອແກ້ໄຂບັນດາບັນຫາໃນການພົວພັນລະຫວ່າງສອງປະເທດ. ນີ້ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນຂົງເຂດປ້ອງກັນປະເທດກໍ່ເຊັ່ນດຽວກັນ, ໃນສະພາບການເກີດໂລກລະບາດມີຄວາມຫຍຸ້ງຍາກ, ແຕ່ຢູ່ເສັ້ນຊາຍແດນລະຫວ່າງສອງປະເທດຍັງມີສັນຕິພາບ ແລະ ສະຖຽນລະພາບທີ່ສຸດ.

ເພື່ອປະຕິບັດແຜນການຮ່ວມມືລະຫ່ວາງ ສອງປະເທດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ໃນຊຸມເດືອນທ້າຍປີ 2020, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະເພີ່ມທະວີການສົມທົບກັນ, ແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງຕິດຂັດທີ່ເກີດຂຶ້ນໃນການພົວພັນລະຫວ່າງ ສອງປະເທດບົນເນື້ອໃນຈິດໃຈການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວຢ່າງທັນການ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ