logo

ກອງປະຊຸມ​ຜູ້​ບັນຊາ​ການ​​ທະຫານ​ບົກ ອາຊຽນ ກ່ຽວກັບ​ການ​ຮ່ວມ​ມື​​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໂຄ​ວິດ - 19

2020/7/10 | 11:27:00
(VOVWORLD) -ຜູ້ບັນຊາການທະຫານບົກ ຂອງ 10 ປະເທດ ອາຊຽນ ໄດ້ເປັນເອກະສັນຢຸດຕິການຈັດຕັ້ງລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ 2020 ເປັນການຊົ່ວຄາວ ແລະ ຕົກລົງຈັດຕັ້ງກອງປະຊຸມຫຼາຍຝ່າຍ ຜູ້ບັນຊາການທະຫານບົກ ອາຊຽນ ຜ່ານທາງອອນລາຍ ໃນເດືອນພະຈິກ 2020. 
 ກອງປະຊຸມຜູ້ບັນຊາການທະຫານບົກ ອາຊຽນ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຖືກຈັດຂຶ້ນຜ່ານທາງອອນລາຍ (ພາບ: qdnd.vn)

ວັນທີ 9 ກໍລະກົດ, ບຣູໄນ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ຜູ້ບັນຊາການທະຫານບົກ ອາຊຽນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຈັດຕັ້ງ ລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ; ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງປີ 2020 ແລະ 2021; ແລກປ່ຽນບົດຮຽນ, ປະສົບການກ່ຽວກັບບັນຫາລວມ, ໂລກລະບາດໂຄວິດ - 19. ນີ້ແມ່ນຄັ້ງທໍາອິດທີ່ ກອງປະຊຸມດັ່ງກ່າວ ໄດ້ຮັບການຈັດຕັ້ງຜ່ານທາງອອນລາຍ. ທີ່ກອງປະຊຸມ, ບັນດາຜູ້ບັນຊາການທະຫານບົກ ອາຊຽນ ໄດ້ເຕື້ອງເຖິງຄວາມຕ້ອງການຮ່ວມມື, ໜູນຊ່ວຍລະຫວ່າງກໍາລັງທະຫານບົກຂອງບັນດາປະເທດ ອາຊຽນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ,ເພີ່ມທະວີຄວາມສາມັກຄີ, ຮ່ວມມືກັນດໍາເນີນມາດຕະການຮັບມືໃຫ້ເໝາະສົມ. ຜູ້ບັນຊາການທະຫານບົກ ຂອງ 10 ປະເທດ ອາຊຽນ ໄດ້ເປັນເອກະສັນຢຸດຕິການຈັດຕັ້ງລາຍການຍິງປືນຮັບໃຊ້ສະເພາະທະຫານບົກ ອາຊຽນ 2020 ເປັນການຊົ່ວຄາວ ແລະ ຕົກລົງຈັດຕັ້ງກອງປະຊຸມຫຼາຍຝ່າຍ ຜູ້ບັນຊາການທະຫານບົກ ອາຊຽນ ຜ່ານທາງອອນລາຍ ໃນເດືອນພະຈິກ 2020. 

TAG
VOV/VOVworld/ທະຫານບົກ/ຜູ້ບັນຊາ/ລາຍການ​ຍິງ​ປືນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ