logo

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສຳເລັດຢ່າງດີງາມ

2019/3/8 | 06:17:53
(VOVWORLD) - ວັນທີ 07 ມີນາ, ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 (ACDFM-16) ໄດ້ດຳເນີນຢູ່ນະຄອນ ພັດທະຢາ, ປະເທດ ໄທ ດ້ວຍຫົວຂໍ້ວ່າ “ຄວາມໝັ້ນຄົງແບບຍືນຍົງ”. 
 ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສຳເລັດຢ່າງດີງາມ (ພາບ: qdnd.vn)

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ - ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ຖືວ່າ: ຫົວເລື່ອງ “ຄວາມໝັ້ນຄົງແບບຍືນຍົງ” ໄດ້ສ່ອງແສງເຖິງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື ແລະ ຊຸກຍູ້ການຮ່ວມມືຢ່າງແຮງ ລະຫວ່າງກອງທັບບັນດາປະເທດ ອາຊຽນ. ທ່ານພົນໂທ ຟານວັນຢາງ ໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະຕີລາຄາສູງຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM ຄັ້ງນີ້, ໃນນັ້ນ ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງບັນດາປະເທດໃນເລື່ອງສືບຕໍ່ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເໝາະສົມກັບກົດໝາຍສາກົນ ເຊິ່ງລວມມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.

        ແລະກໍ່ໃນວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ມີການພົບປະ 2 ຝ່າຍກັບຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງບັນດາປະເທດ ໄທ ແລະ ມຽນມາ.

TAG
VOV/VOVworld/ຜູ້ບັນຊາ/ກຳລັງປ້ອງກັນຊາດ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ