logo

ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ

2019/8/6 | 07:25:37
(VOVWORLD) - ວັນທີ 05 ສິງຫາ, ຢູ່ນະຄອນ ເຫວ້, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ (Special SOM – AMAF). ເຂົ້າຮ່ວມກອງປະຊຸມມີຜູ້ແທນ 130 ທ່ານ ທີ່ມາຈາກ 10 ປະເທດ ອາຊຽນ, ຮອງເລຂານຸການໃຫຍ່ອາຊຽນ ພ້ອມດ້ວຍການນໍາບັນດາອົງການທີ່ກ່ຽວຂ້ອງ ຂອງບັນດາປະເທດ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.
ລັດຖະມົນຕີກະຊວງກະສິກໍາ - ປ່າໄມ້ ບັນດາປະເທດ ອາຊຽນ (ພາບ: cand.com.vn) 

        ທີ່ກອງປະຊຸມ, ບັນດາກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານເຕັກນິກ ໄດ້ລາຍງານກ່ຽວກັບບັນດາການເຄື່ອນໄຫວໃນຂອບເຂດຂອງກຸ່ມ; ປຶກສາຫາລືລາຍການຮ່ວມມືກັບບັນດາຄູ່ຮ່ວມ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ ເພື່ອແນໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຜະລິດຕະພັນກະເສດຂອງ ອາຊຽນ.

        ທີ່ວາລະໄຂກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ສະເໜີບາງເນື້ອໃນບຸລິມະສິດໃນຂົງເຂດກະສິກໍາມີ ຄື: ປັບປຸງການເຄື່ອນໄຫວຄຸ້ມຄອງການຄ້າເຂດຊາຍແດນ; ຊຸກຍູ້ກົນໄກປະຕູດຽວ ອາຊຽນ, ກວດກາໂລກລະບາດເຂດຊາຍແດນ; ດັດປັບບັນດາມາດຕະຖານ, ຂໍ້ກໍານົດລວມກ່ຽວກັບຄຸນນະພາບຂອງສິນຄ້າ, ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ກັກກັນພະຍາດຜັກພືດ ແລະ ສັດລ້ຽງໃນ ອາຊຽນ...

        ນອກຈາກນັ້ນ, ບັນດາຜູ້ແທນກໍປຶຶກສາຫາລື, ກໍ່ສ້າງ ແລະ ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ບັນດາເວທີປາໄສກ່ຽວກັບນະໂຍບາຍ, ແບ່ງປັນປະສົບການກ່ຽວກັບບັນດາຮູບແບບພັດທະນາກະສິກໍາຊົນນະບົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ກະສິກໍາ- ປ່າໄມ້ ອາຊຽນ ຈະສິ້ນສຸດລົງໃນວັນທີ 09 ສິງຫາ 2019. 

TAG
VOV/VOVworld/ກະສິກໍາ/ປ່າໄມ້/ກັກກັນພະຍາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ