logo

ກອງປະຊຸມລັດຖະມົນຕີກະຊວງສິ່ງແວດລ້ອມ ຫວຽດນາມ - ສເກົາຫລີ ຄັ້ງທີ 9

2012/5/7 | 11:02:26
ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ ຫວຽດນາມ - ສ​ເກົາຫລີ ຄັ້ງ​ທີ 9 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/5 ຢູ່ ຮ່າ​ໂນ້ຍ.

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ ຫວຽດນາມ - ສ​ເກົາຫລີ
( ພາບ: monre.gov.vn )


(vovword)- ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ ຫວຽດນາມ - ສ​ເກົາຫລີ ຄັ້ງ​ທີ 9 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/5 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເຕີບ​ໂຕ​ຂຽວ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮ່ວມ​ມືທາງ​ດ້ານ​ເທັກ​ໂນ​ໂລ​ຊີ ​ແລະ ອຸດສາຫະກຳ​ສິ່ງ​ແວດ​ລ້ອມ​, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຜູ້​ຊ່ຽວຊານ, ພະນັກງານ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ. ກ່າວ​ຄຳ​ເຫັນ​ທ່ີ​ກອງ​ປະຊຸມ, ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​​ໃນ​ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ, ຮັບ​ໃຊ້​ຈຸດໝາຍ​ການ​ເຕີບ​ໂຕ​ຂຽວ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແລະ ກໍ​ໃນ​ກອງ​ປະຊຸມ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ສິ່ງ​ແວ​ດລ້ອມ​ຂອງ ສ​ເກົາຫລີ ​ໄດ້​ແລກປ່ຽນ​ບົດຮຽນ, ການ​ຫນູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປັບ​ປຸງກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ປີ 2005, ປະຕິບັດ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ມົນ​ລະ​ພິດ ​ແລະ ປົວ​ແປງສິ່​ງ​ແວດ​ລ້ອມ ຊຶ່ງ​ຫາ​ກໍ່​ໄດ້​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ. ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ, ລັດຖະມົນຕີ​ທັງ​ສອງ​ທ່ານ​ໄດ້​ເປັນ​ສັກ​ຂີພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳກ່ຽວກັບ​ການ​ປະຕິບັດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກອບ​ກົດໝາຍ ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອ​ນ​ໄຫວ​ຟື້ນ​ຟູ​ທີ່​ດິນ ​ແລະ ນ້ຳ​ລີ​ນຖືກ​ມົນ​ລະ​ພິດ​ໄລຍະ 2012 - 2015.

TAG
ສິ່ງແວດລ້ອມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ