ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າບັນດາປະເທດອາຊຽນ ແລະ GCC. ນີ້ແມ່ນຄັ້ງທໍາອິດ ທີ່ບັນດາລັດຖະມົນຕີ ອາຊຽນ ແລະ GCC ຮ່ວມປະຊຸມ ນັບແຕ່ປີ 2014 ມາຮອດປັດຈຸບັນ, ດ້ວຍເປົ້າໝາຍ ຕີລາຄາສະພາບການຮ່ວມມື, ການກໍານົດທິດ, ຊຸກຍູ້ການພົວພັນໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີການຕ່່າງປະເທດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ |
ໃນບົດບາດເປັນຜູ້ປະສານງານໃນການພົວພັນລະຫວ່າງ ອາຊຽນ - GCC ປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງພາກພື້ນ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ ຄື ພະລັງງານ, ການລົງທຶນ, ການເຊື່ອມຕໍ່, ພື້ນຖານໂຄງລ່າງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ສົ່ງເສີມສອງຝ່າຍຕັ້ງໜ້າ ແລກປ່ຽນ ແລະ ວາງອອກບັນດາບາດກ້າວເດີນລະອຽດ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ອາຊຽນ - GCC ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງພາກພື້ນ.
ເມື່ອແບ່ງປັນທັດສະນະຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ, ລັດຖະມົນຕີບັນດາປະເທດອາຊຽນ ແລະ GCC ເຫັນດີ, ສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ໃນນັ້ນ ມີການສ້າງຂອບເຂດການຮ່ວມມື ໄລຍະ 5 ປີ ເພື່ອເປັນເອກະສານກໍານົດທິດໃຫ້ບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດບຸລິມະສິດລວມ ຄື ການຄ້າ, ການລົງທຶນ, ພະລັງານ, ການທ່ອງທ່ຽວ ແລະ ອື່ນໆ.
ກໍໃນໂອກາດນີ້, ບັນດາລັດຖະມົນຕີໄດ້ແບ່ງປັນທັດສະນະ ກ່ຽວກັບບາງບັນຫາພາຍໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເປັນຕົ້ນແມ່ນ ການອາລັກຂາເສດຖະກິດ, ການກໍ່ການຮ້າຍ, ການປະທະກັນດ້ານພູມີສາດການເມືອງ, ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.




