logo

ກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນ ເທື່ອທີ 6 ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ

2026/1/17 | 08:55:34
(VOVWORLD) - ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ, ຢືນຢັນການຊຸກຍູ້ການເຕີບໂຕເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາວັດທະນະທຳຢູ່ພາກພື້ນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖ່າຍຮູບກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)
(ພາບ: thanhtra.com.vn)

ກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນ (ADGMIN) ເທື່ອທີ 6 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ອາຊຽນ ປັບໃຫ້ເໝາະສົມ: ຈາກການເຊື່ອມຕໍ່ພື້ນຖານໂຄງລ່າງ ຕະຫຼອດຮອດການເຊື່ອມຕໍ່ພູມປັນຍາ” ໄດ້ອັດລົງໃນວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຮ່ວມມືດີຈີຕອນ, ຢືນຢັນການຊຸກຍູ້ການເຕີບໂຕເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາວັດທະນະທຳຢູ່ພາກພື້ນ ຜ່ານບັນດາຄວາມມານະພະຍາຍາມລວມ ບົນຈິດໃຈສະເໝີພາບ ແລະ ຄູ່ຮ່ວມມື, ແນໃສ່ປັບປຸງພື້ນຖານໃຫ້ແກ່ປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້ ວັດທະນາຖາວອນ ແລະ ສັນຕິພາບ.

ຖະແຫຼງການ ຮ່າໂນ້ຍ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ແຮງການຫັນເປັນດີຈີຕອນກວມລວມ, ປອດໄພ ແລະ ຍືນຍົງຂອງ ອາຊຽນ ແລະ ມຸ່ງໄປເຖິງອະນາຄົດ ເພື່ອແນໃສ່ປະສານງານການຮ່ວມມືດີຈີຕອນ ແລະ ຮັບຮອງເອົາແຜນການລວມດີຈີຕອນ ອາຊຽນ ໄລຍະ 2026 – 2030 (ADM 2030) ເພື່ອສ້າງ ອາຊຽນ ໃຫ້ກາຍເປັນປະຊາຄົມດີຈີຕອນກວມລວມ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະດິດຄິດສ້າງ, ມອບສິດໃຫ້ແກ່ພົນລະເມືອງ ແລະ ວິສາຫະກິດພັດທະນາໃນພື້ນຖານເສດຖະກິດດີຈີຕອນທົ່ວໂລກ.

TAG
VOV/VOVworld/​ສະ​ເໝີ​ພາບ/ຄູ່​ຮ່ວມ​ມື/ແນ​ໃສ່​/ປັບ​ປຸງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ