logo

ກອງ​ປະ​ຊຸມ​ສຸດຍອດ MICE ທົ່ວ​ໂລກ 2025 ຢູ່ ມົດ​ສະ​ກູ - ສະ​ຖານ​ທີ່​ເຕົ້າ​ໂຮມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂະ​ແໜງ MICE

2025/12/18 | 08:23:11
(VOVWORLD) - ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE.
ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 (ພາບ: VOV5)

ວັນທີ 17 ທັນວາ, ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 ໄດ້ໄຂຂຶ້ນ ຢູ່ນະຄອນຫຼວງ ມົດສະກູ, ຢູ່ສະຫະພັນ ລັດເຊຍ. ດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ການເຕີບໂຕທົ່ວໂລກ”, ໃນສອງວັນເຮັດວຽກ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຂອງ MICE. ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE. ຢູ່ວາລະປະຊຸມ, ບັນດາຜູ້ແທນສອງນະຄອນທ່ອງທ່ຽວແຖວໜ້າ ຂອງສະຫະພັນ ລັດເຊຍແມ່ນ Moscow, Saint Peterburg ແລະ ບັນດາຜູ້ແທນສາກົນ ໄດ້ພ້ອມກັນປຶກສາຫາລືກ່ຽວກັບສະພາບການປັດຈຸບັນ ແລະ ແງ່ຫວັງຂອງຂະແໜງ MICE ໃນບັນດາປະເທດ BRICS ແລະ ຢູ່ຂົ້ວໃຕ້ໜ່ວຍໂລກ, ບັນດາໂອກາດໃໝ່ເປີດອອກຈາກການຮ່ວມມືສາກົນ ໂດຍອີງຕາມຄວາມເຄົາລົບວັດທະນະທຳ ແລະ ຄວາມເປັນຫຼາຍຮູບຫຼາຍແບບໃນການດຳເນີນທຸລະກິດ.

TAG
VOV/VOVworld/MICE/ການ​ທ່ອງ​ທ່ຽວ/ທຸ​ລະ​ກິດ/ກອງ​ປະ​ຊຸມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ