logo

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ບັນດາປະເທດ ອາຊຽນ ສິ້ນສຸດວິວັດການປຶກສາຫາລືກ່ຽວກັບສັນຍາ RCEP

2019/11/4 | 09:12:26
(VOVWORLD) -ບັນດາປະເທດ ອາຊຽນ ໄດ້ສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບສັນຍາສະບັບດັ່ງກ່າວ, ແຕ່ອາດຈະຍັງມີຫຼາຍປະເທດມີທັດສະນະ ແຕກຕ່າງກັນ ເມື່ອຖືວ່າ ເນື້ອໃນຂອງສັນຍາສະບັບດ່ັງກ່າວ ຍັງບໍ່ທັນຈະແຈ້ງເທື່ອ.
ກອງປະຊຸມລັດຖະມົນຕີກ່ຽວກັບສັນຍາ  RCEP (ພາບ: TTXVN)

ຕອນບ່າຍວັນທີ 3 ພະຈິກ, ຕອບສໍາພາດຕໍ່ສື່ມວນຊົນ ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ອາຊຽນ - ຈີນ, ອາຊຽນ - ອິນເດຍ ຢູ່ ປະເທດໄທ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາສາກົນ ມາເລເຊຍ Darell Leiking ໃຫ້ຮູ້ວ່າ ບັນດາປະເທດ ອາຊຽນ ໄດ້ສິ້ນສຸດການປຶກສາຫາລືກ່ຽວກັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ຕາມທ່ານ Darell Leiking ແລ້ວ, ບັນດາປະເທດ ເຂົ້າຮ່ວມ RCEP ໄດ້ປືກສາຫາລືກ່ຽວກັບສັນຍາດັ່ງກ່າວ, ແຕ່ໄດ້ເຕື້ອງເຖິງພຽງແຕ່ບັນດາເນື້ອໃນໂດຍພື້ນຖານເທົ່ານັ້ນ ເພາະວ່າຍັງມີຫຼາຍບັນຫາລະອຽດຍັງບໍ່ທັນໄດ້ເຫັນດີເປັນເອກະພາບກັນເທື່ອ. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ ປັດຈຸບັນ, ບັນດາປະເທດ ອາຊຽນ ໄດ້ສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບສັນຍາສະບັບດັ່ງກ່າວ, ແຕ່ອາດຈະຍັງມີຫຼາຍປະເທດມີທັດສະນະ ແຕກຕ່າງກັນ ເມື່ອຖືວ່າ ເນື້ອໃນຂອງສັນຍາສະບັບດ່ັງກ່າວ ຍັງບໍ່ທັນຈະແຈ້ງເທື່ອ.      


TAG
VOV/VOVworld/RCEP/ສ້ິນສຸດ/ເຈລະຈາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ