logo

ກອງປະຊຸມສຸດຍອດ ເອີຣົບ: ອາເມລິກາ ສົ່ງເຄື່ອງອຸປະກອນຕ້ານເຮືອບິນບໍ່ມີຄົນຂັບໄປຍັງແດນມາກ

2025/10/1 | 15:02:00
(VOVWORLD) - ວັນທີ 30 ກັນຍາ, ກະຊວງປ້ອງກັນປະເທດ ແດນມາກ ໃຫ້ຮູ້ວ່າ ໄດ້ຮັບບັນດາອຸປະກອນຕ້ານເຮືອບິນບໍ່ມີຄົນຂັບຈາກຝ່າຍ ອາເມລິກາ ເພື່ອເພີ່ມທະວີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ກອງປະຊຸມສຸດຍອດ ເອີຣົບ ທີ່ຈະຈັດຂຶ້ນໃນວັນທີ 1 – 2 ຕຸລາ.

        ກ່ອນໜ້ານັ້ນ ວັນທີ 29 ກັນຍາ, ລັດຖະບານ ຊູແອັດ ໄດ້ຮັບຮອງເອົາເລື່ອງຜັນຂະຫຍາຍລະບົບຕ້ານເຮືອບິນບໍ່ມີຄົນຂັບພ້ອມດ້ວຍບາງຫົວໜ່ວຍ ຣາດາ ໄປຍັງ ແດນມາກ ເພື່ອແນໃສ່ເພີ່ມທະວີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ນະຄອນຫຼວງ Copenhagen ແລະ ປ້ອງກັນໃຫ້ບັນດາກອງປະຊຸມຂັ້ນສູງ, ປະຕິບັດຕາມຂໍ້ສະເໜີຈາກຝ່າຍ ແດນມາກ.

        ນອກຈາກ ຊູແອັດ ແລ້ວ, ຝລັ່ງ ແລະ ເຢຍລະມັນ ກໍຝາກບັນດາຫົວໜ່ວຍຮັບຜິດຊອບສະເພາະການຕ້ານເຮືອບິນບໍ່ມີຄົນຂັບ, ພ້ອມທັດສົ່ງເຮືອບິນ ເຮລີກອບແຕ ແລະ ກໍ່າປັ່ນປ້ອງກັນອາກາດ Hamburg ໄປຍັງ Copenhagen ເພື່ອຕິດຕາມເຂດທະເລ Baltic.

ນັກຂ່າວ VOV ປະຈໍາ ຝລັ່ງ


TAG
VOV/VOVworld/ເຄື່ອງອຸປະກອນຕ້ານເຮືອບິນບໍ່ມີຄົນຂັບ/ແດນມາກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ