logo

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ

2025/10/17 | 11:11:40
(VOVWORLD) - ວາລະກະກຽມ ແລະ ທາງການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄດ້ຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ.
ການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

 ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທີ່ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເລກວາງແມ້ງ, ຮອງປະທານຄະນະປະຈຳ ຫ້ອງວ່າການສະພາແຫ່ງຊາດ.

        ທ່ານ ເລກວາງແມ້ງ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຄວາມໝາຍສຳຄັນ. ສະພາແຫ່ງຊາດຫາກໍດຳເນີນບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນ; ພ້ອມທັງ, ປະຕິບັດວຽກງານສະຫຼຸບອາຍຸການຊຸດທີ XV. ນີ້ແມ່ນກອງປະຊຸມທີ່ມີຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ 66 ເນື້ອໃນ, ກຸ່ມເນື້ອໃນ, ລວມມີ: ຮ່າງກົດໝາຍ 49 ສະບັບ, ມະຕິ 4 ສະບັບ ນອນໃນວຽກງານນິຕິບັນຍັດ; 13 ເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.

TAG
VOV/VOVworld/ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10/ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ