logo

ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ວຽກງານ​ການ​ທູດ​ເສດຖະກິດຂອງ ຫວຽດນາມ - ລາວ

2019/12/24 | 10:48:22
(VOVWORLD) -ຕອນເຊົ້າວັນທີ 24 ທັນວາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງ “ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ”. 
ກອງປະຊຸມສໍາມະນາກ່ຽວກັບວຽກງານການທູດເສດຖະກິດຂອງຫວຽດນາມ ແລະ ລາວ ໃນສະພາບການໃໝ່: ພຶດຕິກໍາຕົວຈິງ ແລະ ບົດຮຽນ (ພາບ: TTXVN) 

  ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ສະເໜີ ກະຊວງການຕ່າງປະເທດສອງປະເທດ ເພີ່ມທະວີການຮ່ວມມືກັນໃຫ້ຫຼາຍກວ່່າອີກໃນວຽກງານຄົ້ນຄວ້າ, ເປັນເສນາທິການ, ສະເໜີນະໂຍບາຍ, ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມສໍາລັບການຮ່ວມມືດ້ານເສດຖະກິດ, ນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງກະຊວງການຕ່າງປະເທດລາວ ແມ່ນຊຸກຍູ້ການທູດເສດຖະກິດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນໃນຂົງເຂດນີ້, ພິເສດແມ່ນເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດລາວ ສືບຕໍ່ ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ສ້າງຕັ້ງກົນໄກປຶກສາຫາລືເປັນປະຈໍາໄລຍະ ກ່ຽວກັບວຽກງານການທູດເສດຖະກິດ. ພ້ອມທັງຍູ້ແຮງການປຶກສາຫາລື, ການສົມທົບລະຫວ່າງກະຊວງການຕ່າງປະເທດສອງປະເທດເວົ້າສະເພາະ, ລະຫວ່າງສອງປະເທດເວົ້າລວມ ແລະ ໃນຂອບເຂດບັນດາເວທີປາໄສເສດຖະກິດຫຼາຍຝ່າຍໃຫ້ຫຼາຍກວ່າອີກ.


TAG
VOV/VOVworld/ການທູດເສດຖະກິດ/ບຸລິມະສິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ