logo

ກອງ​ປະຊຸມ​ສໍາ​ມະ​ນາ “ພຸດທະສາສະໜາຫວຽດນາມ ຢູ່​ລາວ”

2019/12/9 | 12:49:48
(VOVWORLD) -   ຕອນເຊົ້າວັນທີ 9 ທັນວາ ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ”. 
ກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ” 

     ກອງປະຊຸມສໍາມະນາເພື່ອແນໃສ່ເຮັດແຈ້ງກ່ຽວກັບການສ້າງຕັ້ງ, ຂະຫຍາຍຕົວ ແລະ ສະພາບຕົວຈິງຂອງພຸດທະສາສະໜາຫວຽດນາມ ຢູ່ລາວ, ບັນດາການປະກອບສ່ວນຂອງພຸດທະສາສະໜາຫວຽດນາມ ຢູ່ລາວ ທີ່ມີຕໍ່ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ ລາວ ກໍຄືທີ່ມີຕໍ່ການສ້າງສາ ແລະ ພັດທະນາປະເທດລາວ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະ ລາວ. ພະມະຫາອາຈານ ທິກບ໋າວງຽມ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່່າ:

        “ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອຄົ້ນຄວ້າການຂະຫຍາຍຕົວຂອງພຸດທະສາສະໜາຫວຽດນາມ ຢູ່ລາວ. ຈາກນັ້ນ, ກໍານົດທິດໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງພຸດທະສາສະໜາຂອງສອງປະເທດ. ພ້ອມກັນນັ້ນກໍສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ທີ່ມີຕໍ່ຄວາມຕ້ອງການທາງດ້ານການເຫຼື້ອມໃສສາສະໜາ, ຄວາມຕ້ອງການໃນການບວດຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ທັງນີ້ກໍເປັນການຊ່ວຍເຫຼືອຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ້າງການດໍາລົງຊີວິດເປັນປົກກະຕິ ແລະ ມີຄວາມເຊື່ອໝັ້ນຕໍ່ການເຫຼື້ອມໃສສາສະໜາຢູ່ປະເທດລາວ”.

 

 

 

TAG
VOV/VOVworld/ພຸດທະສາສະໜາ/ເຫຼື້ອມໃສສາສະໜາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ