logo

ກອງປະຊຸມສຳມະນາກ່ຽວກັບແຜນການຮ່ວມມືຍຸດທະສາດ ອາຊຽນ ເຢຍລະມັນ

2012/3/6 | 11:43:02
ກອງ​ປະຊຸມ​ສຳ​ມະ​ນາໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ໝາກຜົນ​ບັນດາ​ໂຄງການ​ຮ່ວມ​ມື ອາ​ຊຽນ -​ເຢຍລະ​ມັນ ​ໃນ​ຂົງ​ເຂດ​ປ່າ​ໄມ້ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

vovworld) - ວັນ​ທີ 5/3, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ​ເຢຍລະ​ມັນ ຄັ້ງ​ທຳ​ອິດ ຖືກ​ຈັດ​ຂຶ້ນ ຢູ່ ອີນ​ໂດ​ເນ​ເຊຍ. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ໝາກຜົນ​ບັນດາ​ໂຄງການ​ຮ່ວມ​ມື ອາ​ຊຽນ -​ເຢຍລະ​ມັນ ​ໃນ​ຂົງ​ເຂດ​ປ່າ​ໄມ້ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນຫາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຕິດ​ພັນ​ລະຫວ່າງ​ພາກລັດ ກັບ ພາ​ກ​ເອກະ​ຊົນ ​ໃນ​ອາ​ຊຽນ ຢູ່ ລະດັບ​ຊາດ ​ແລະ ພາກ​ພື້ນ ກໍ​ຖືກ​ຍົກ​ອອກ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້. ຮອງ​ເລ​ຂາ​ທິການ​ໃຫຍ່ ອາ​ຊຽນ ຮັບຜິດຊອບ​ການ​ພັດທະນາ​ປະຊາ​ຄົມ ​ແລະ ວິ​ສາ​ຫະກິດ Bagas Hapsoro ຕີ​ລາຄາ​ວ່າ ​ເຢຍລະ​ມັນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ສຳຄັນ​ທີ່​ສຸດ​ຂອງ ອາ​ຊຽນ.

TAG
ອາຊຽນ - ເຢຍລະມັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ