logo

ກອງ​ປະ​ຊຸມ​ສຳ​ມະ​ນາລະດັບ​ຊາດກ່ຽວກັບ ​“ທະ​ເລ​ຕ​າ​ເວັນ​ອອກປຶກສາຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ”

2025/11/6 | 09:11:17
(VOVWORLD) - ກອງປະຊຸມສຳມະນາໄດ້ຮັບຟັງຄຳເຫັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ, ມາຈາກອິນໂດເນເຊຍ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ອິນເດຍ.
ບັນດາຜູ້ແທນແລກປ່ຽນກັນຢູ່ກອງປະຊຸມ (ພາບ: TTXVN  )

ຢູ່ນອກກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 17 ຢູ່ດ່ານັ້ງ, ສະຖາບັນການຕ່າງປະເທດ ຫວຽດນາມ ສົມທົບກັບກົມທະເລ ແລະ ໝູ່ເກາະ ຫວຽດນາມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກການຕ່າງປະເທດ, ຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ໄດ້ພ້ອມກັນຈັດກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບທະເລຕາເວັນອອກປີ 2025 ດ້ວຍຫົວຂໍ້ “ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ: ກຳລັງໜູນຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ”.

ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ທັງຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼາຍ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ, ສະມາຄົມອາຊີບ ແລະ ຜູ້ຕາງໜ້າຂອງຄະນະທູຕານຸທຸດຈຳນວນໜຶ່ງ ຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ພູມປັນຍາ, ແບ່ງປັນບົດຮຽນປະສົບການໃນການພັດທະນາ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດວິທະຍາສາດເຕັກໂນໂລຢີທະເລ. ກອງປະຊຸມສຳມະນາໄດ້ຮັບຟັງຄຳເຫັນຂອງບັນດາຜູ້ແທນສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ, ມາຈາກອິນໂດເນເຊຍ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ອິນເດຍ, ແບ່ງປັນບັນດາບັນຫາ ແລະ ພຶດຕິກຳຕົວຈິງໃນວຽກງານໝູນໃຊ້ວິທະຍາສາດເຕັກໂນໂລຢີໃນຫຼາຍຂົງເຂດ.

TAG
VOV/VOVworld/ທະ​ເລ​ຕ​າ​ເວັນ​ອອກ/ສາ​ກົນ/ຈີນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ