logo

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 17 “ຄວາມສາ​ມັກ​ຄີ​ໃນ​ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ”

2025/11/3 | 11:31:16
(VOVWORLD) - ກອງປະຊຸມສຳມະນາໄດ້ສຸມໃສ່ສະພາບການຜັນແປຢູ່ທະເລຕາເວັນອອກ, ຍຸດທະສາດ ແລະ ການແກ້ງແຍ້ງຂອງບັນດາປະເທດໃຫຍ່, ທ່າອ່ຽງພັດທະນາຂອງເຕັກໂນໂລຢີທະເລ, ບົດບາດນຳພາຂອງ ອາຊຽນ ແລະ ລະດັບຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOSD) ຕໍ່ສະຖຽນລະພາບທາງທະເລ.
ທ່ານ ຫງວຽນແມ້ງເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນໄຂກອງປະຊຸມ (ພາບ: VOV)

ດ້ວຍຫົວຂໍ້ “ຄວາມສາມັກຄີໃນສະພາບການຂາດສະຖຽນລະພາບ”, ກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 17 ໂດຍສະຖາບັນການຕ່າງປະເທດ ແລະ ບັນດາອົງການຄູ່ຮ່ວມມືສົມທົບກັນຈັດຂຶ້ນໃນວັນທີ 3 ພະຈິກ, ຢູ່ນະຄອນ ດ່ານັ້ງ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງນັກປະຖະກະຖາເກືອບ 50 ຄົນແມ່ນບັນດານັກຊ່ຽວຊານແຖວໜ້າ, ມີອິດທິພົນຊື່ສຽງ ຢູ່ ຫວຽດນາມ ແລະ ສາກົນ, ມີຜູ້ແທນ, ເອກອັກຄະລັດຖະທູດ ເກືອບ 300 ຄົນຂອງເກືອບ 40 ປະເທດ ແລະ ເຂດແຄ້ວນ ແລະ ຜູ້ແທນກ່ວາ 200 ຄົນຈົດທະບຽນເຂົ້າຮ່ວມແບບທາງໄກ.

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ພະຈິກ, ກອງປະຊຸມສຳມະນາໄດ້ສຸມໃສ່ສະພາບການຜັນແປຢູ່ທະເລຕາເວັນອອກ, ຍຸດທະສາດ ແລະ ການແກ້ງແຍ້ງຂອງບັນດາປະເທດໃຫຍ່, ທ່າອ່ຽງພັດທະນາຂອງເຕັກໂນໂລຢີທະເລ, ບົດບາດນຳພາຂອງ ອາຊຽນ ແລະ ລະດັບຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOSD) ຕໍ່ສະຖຽນລະພາບທາງທະເລ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປ.ອ ຫງວຽນແມ້ງເກືອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕີລາຄາສູງ ການຄັດເລືອກຫົວຂໍ້ຂອງກອງປະຊຸມສຳມະນາປີນີ້ແມ່ນ “ຄວາມສາມັກຄີໃນສະພາບການຂາດສະຖຽນລະພາບ” ເຊິ່ງໄດ້ສ່ອງແສງສະພາບຕົວຈິງຂອງຍຸກສະໄໝ, ພ້ອມທັງ ສະແດງຄວາມມຸ່ງຫວັງລວມ. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ໄດ້ຍົກສູງລະດັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງຍົກສູງບົດບາດເປັນໃຈກາງຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຄຸ້ມຄອງຄວາມແຕກຕ່າງກັນຢ່າງມີຄວາມຮັບຜິດຊອບ, ພ້ອມແລ້ວ ທີ່ຈະຮ່ວມມືກັບ ທຸກຄູ່ຮ່ວມມືເພື່ອຮັບປະກັນບັນດາເຂດທະເລລວມແມ່ນທະເລແຫ່ງສັນຕິພາບ, ມີສະຖຽນລະພາບ, ວັດທະນາຖາວອນ.

TAG
VOV/VOVworld/ຫ​ວຽດ​ນາມ/ທະ​ເລ​ຕາ​ເວັນ​ອອກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ