logo

ກອງປະຊຸມສຳມະນາ ສົ່ງເສີມການລົງທຶນ ການຄ້າຮ່າໂນ້ຍ -ມົດສະກູ

2012/5/12 | 08:09:17
ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ດ້ານການ​ຄ້າລະຫວ່າງ​ຮ່າ​ໂນ້ຍ - ມົດສະກູ ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 11/5 ຢູ່​ຮ່າ​ໂນ້ຍ.

( ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ການ​ຄ້າ​ຮ່າ​ໂນ້ຍ -ມົດສະກູ )

( vovworld ) –   ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ດ້ານການ​ຄ້າລະຫວ່າງ​ຮ່າ​ໂນ້ຍ - ມົດສະກູ ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 11/5 ຢູ່​ຮ່າ​ໂນ້ຍ. ປີ 2011 ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ​ ບັນລຸ 2 ຕື້ 120 ລ້ານ USD, ​ໃນ​ນັ້ນ ສົ່ງ​ອອກ​ບັນລຸ 1 ຕື້ 380 ລ້ານ USD. ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ຫວຽດນາມ ສົ່ງ​ອອກ​ເກີນ​ດຸນ​ໄປ​ຍັງ​ລັດ​ເຊຍ. ​ແຕ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ຫວຽດນາມ ສະຫະພັນ​ລັດ​ເຊຍ ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມຊ້ອນ. ບັນດາ​ກະຊວງ, ຂະ​ແໜງ​ການ ພວມ​ມານະພະ​ຍາ​ຍາມ​ໜູນ​ຊ່ວຍ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ໃຫ້​ຂຶ້ນ​ເຖິງ 3 ຕື້ USD ​ໃນ​ປີ 2012 ​ແລະ 10 ຕື້ USD ​ໃນ​ປີ 2020. ​ເພີ່​ອປະຕິບັດ​ຈຸ​ໝາຍດັ່ງກ່າວ, ທ່ານ Pham Gia Tuc,​ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ຖື​ວ່າ.

   “ ລັດຖະບານ​ສອ​ງປະ​ເທດ​ຄວນ​ລົງ​ນາມ​ໃນ​ເອກະ​ສານ​ນິຕິ​ກຳ​ໂດຍ​ໄວ ​ເພື່ອ​ສ້າງ​ພື້ນຖານດ້ານ​ນິຕິ​ກຳ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເຄື່ອນ​ໄຫວ, ພິ​ເສດ​​ແມ່ນກ່ຽວຂ້ອງ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ. ທີ 2 ​ແມ່ນ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ມີ​ກົນ​ໄກ​ນະ​ໂຍບາຍ,​ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຂົງ​ເຂດ​ບຸລິມະສິດ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ໜູນ​ຊ່ວຍ​ບັນດາ​ລະ​ບຽບການນິຕິ​ກຳ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເມື່ອ​ເຄື່ອນ​ໄຫວ​ຢູ່​ລັດ​ເຊຍ ​ແລະ ຊາວ​ຫວຽດນາມ ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ລັດ​ເຊຍ ”.

TAG
ຮ່າໂນ້ຍ - ມົດສະກູ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ