logo

ກອງປະຊຸມສຳມະນາຫົວເລື່ອງສະເພາະລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ

2019/9/27 | 07:48:00
(VOVWORLD) - ບັນດາຄະນະຜູ້ແທນສະພາແຫ່ງຊາດ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດານັກຊ່ຽວຊານໃນຂົງເຂດບໍລິຫານລັດຂອງ ຫວຽດນາມ ແລະ ລາວ ຈະສຸມໃສ່ແລກປ່ຽນບົດຮຽນພຶດຕິກຳຕົວຈິງ ແລະ ເຮັດແຈ້ງບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທີ່ກ່ຽວຂ້ອງເຖິງ 2 ຫົວຂໍ້ຂອງກອງປະຊຸມສຳມະນາ. 

ໂດຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ ແລະ ລາວ, ຕອນເຊົ້າວັນທີ 27 ກັນຍາ, ທີ່ນະຄອນຫລວງ ວຽງຈັນ (ລາວ), ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານຮ່ວມກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ນະໂຍບາຍກົດໝາຍກ່ຽວກັບການພັດທະນາສີມືແຮງງານ ແລະ ການແກ້ໄຂວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂໃບຮ້ອງທຸກກ່າວຟ້ອງລະຫວ່າງບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ”

 ກອງປະຊຸມສຳມະນາຫົວເລື່ອງສະເພາະລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ (ພາບ: quochoi.vn)

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ກຳນົດນະໂຍບາຍກ່ຽວກັບວຽກເຮັດງານທຳແມ່ນໜຶ່ງໃນບັນດານະໂຍບາຍສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຕາມທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລ້ວ, ພ້ອມກັບວິວັດການພັດທະນາປະເທດຊາດ, ລັກສະນະປະຊາທິປະໄຕນັບມື້ນັບໄດ້ຮັບການເປີດກ້ວາງນັ້ນ ເລື່ອງປະຊາຊົນ ສົ່ງໃບຮ້ອງທຸກ, ກ່າວຟ້ອງເຖິງບັນດາອົງການແຫ່ງລັດ ກໍ່ນັບມື້ນັບມີຫລາຍ ແລະ ຮຽກຮ້ອງການແກ້ໄຂນັບມື້ນັບສູງ, ເປີດເຜີຍ, ກະຈ່າງແຈ້ງ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ກໍ່ສະແດງຄວາມເຊື່ອໝັ້ນວ່າ ໃນເວລາ 1 ວັນທີ່ດຳເນີນກອງປະຊຸມນັ້ນ ບັນດາຄະນະຜູ້ແທນສະພາແຫ່ງຊາດ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດານັກຊ່ຽວຊານໃນຂົງເຂດບໍລິຫານລັດຂອງ ຫວຽດນາມ ແລະ ລາວ ຈະສຸມໃສ່ແລກປ່ຽນບົດຮຽນພຶດຕິກຳຕົວຈິງ ແລະ ເຮັດແຈ້ງບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທີ່ກ່ຽວຂ້ອງເຖິງ 2 ຫົວຂໍ້ຂອງກອງປະຊຸມສຳມະນາ. 

TAG
VOV/VOVworld/ກອງປະຊຸມສຳມະນາ/ລາວ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ