logo

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

2019/3/9 | 08:31:20
(VOVWORLD) - ແຕ່ວັນທີ 6 – 8 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ (ອາຊຽນ SOM) ເຊິ່ງໄດ້ຈັດຕັ້ງຢູ່ນະຄອນ ຈຽງຣາຍ, ປະເທດໄທ. 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (ພາບ: dangcongsan.vn)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບວ່າ ອາຊຽນ ຄວນມານະພະຍາຍາມປະຕິບັດບັນດາຈຸດສຸມ, ບຸລິມະສິດທີ່ໄດ້ວາງອອກໃຫ້ປີ 2019 ໃຫ້ບັນລຸຜົນສຳເລັດ ແນໃສ່ຊຸກຍູ້ປະຊາຄົມໝັ້ນຄົງໃນທຸກດ້ານ, ຖືປະຊາຊົນເປັນໃຈກາງ ແລະ ບໍ່ປະໃຫ້ໃຜຖືກປະໄວ້ຢູ່ທາງຫລັງ. ຄາດວ່າ ບັນດາການນຳ ອາຊຽນ ຈະຮັບຮອງເອົາຖະແຫຼງການໃນເດືອນ ມິຖຸນາ 2019.

        ກ່ຽວກັບການພົວພັນການຕ່າງປະເທດ, ບັນດາຜູ້ແທນໄດ້ກວດກາຄືນວຽກງານກະກຽມໃຫ້ບັນດາກອງປະຊຸມສຳຄັນກັບບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສລະຫວ່າງ ອາຊຽນ ກັບ ຈີນ, ນິວຊີແລນ, ການາດາ, ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ. ສຳລັບ ຈີນ, ກອງປະຊຸມໄດ້ຮັບຮອງບັນດາບາດກ້າວໃນວິວັດການປຶກສາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ໄດ້ສ້າງຄວາມສະດວກເພື່ອໃຫ້ 2 ຝ່າຍອາດຈະສຳເລັດການປຶກສາຄັ້ງທີ 1 ເອກະສານ COC ກ່ອນທີ່ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ໃນເດືອນ ສິງຫາ 2019.

      

TAG
VOV/VOVworld/ກອງປະຊຸມເຈົ້າໜ້າທີ່ອາວຸໂສ/ອາຊຽນ/ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ