logo

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຈັດຂຶ້ນແຕ່ວັນທີ 19 ມັງກອນ ຢູ່ນະຄອນຫຼວງ ຮ່າໂນ້ຍ

2026/1/19 | 03:08:00
(VOVWORLD) - ດ້ວຍທິດນຳ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ບຸກທະລຸ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍ.
(ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) - ເຂດຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ)

        ຫົວຂໍ້ຂອງກອງປະຊຸມໃຫຍ່ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ທ່ານ, ທີ່ຕ່າງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມກວ່າ 5,6 ລ້ານຄົນ.

        ກອງປະຊຸມໃຫຍ່ຄັ້ງທີ 14 ປຶກສາຫາລື, ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ທີີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ; ບົດລາຍງານລວບລວມບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ; ບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດລະບຽບຂອງພັກ (2011 – 2025) ແລະ ສະເໜີ, ກຳນົດທິດເພີ່ມເຕີມ, ປັບປຸງກົດລະບຽບຂອງພັກ; ບົດລາຍງານສຳຫຼວດກວດຄືນຕີລາຄາການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ 13.

        ຕາມລາຍການຂອງກອງປະຊຸມ, ຕອນເຊົ້າວັນທີ 19 ມັງກອນ, ພາຍຫຼັງໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ), ບັນດາຜູ້ແທນໄປຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ເພື່ອເຂົ້າຮ່ວມວາລະປະຊຸມຈັດກຽມ.

        ຕອນເຊົ້າວັນທີ 20 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະໄຂຂຶ້ນຢູ່ ຮ່າໂນ້ຍ.

TAG
VOV/VOVworld/ປະ​ຊາ​ທິ​ປະ​ໄຕ/ຮັ່ງ​ມີ​ເຂັ້ມ​ແຂງ/ວັດ​ທະ​ນາ​ຖາ​ວອນ/ສີ​ວິ​ໄລ/ຜາ​ສຸກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ