logo

ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ຫຼຸດເວລາໂຄງການດຳເນີນງານລົງກ່ອນກຳນົດ

2026/1/22 | 08:51:12
(VOVWORLD) - ນີ້ແມ່ນໝາກຜົນຂອງການເຮັດວຽກທີ່ມີວິທະຍາສາດ, ມີຄວາມຮັບຜິດຊອບຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່. ປະຈຸບັນ ມີຫຼາຍເນື້ອໃນຢູ່ກອງປະຊຸມໄດ້ປະຕິບັດສຳເລັດແຕ່ໄວ. ຄາດວ່າກອງປະຊຸມໃຫຍ່ຈະປິດລົງໃນຕອນບ່າຍວັນທີ 23 ມັງກອນ.
ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາປັບປຸງຫຼຸດເວລາດຳເນີນໂຄງການລົງ (ພາບ: TTXVN)

ໃນຕອນບ່າຍ ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ໄດ້ລົງປະຊາມັດຕິດັດປັບການດຳເນີນໂຄງການກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ຫຼຸດລົງ 1 ວັນເຄິ່ງ, ເມື່ອທຽບກັບແຜນການເບື້ອງຕົ້ນ. ນີ້ແມ່ນໝາກຜົນຂອງການເຮັດວຽກທີ່ມີວິທະຍາສາດ, ມີຄວາມຮັບຜິດຊອບຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່. ປະຈຸບັນ ມີຫຼາຍເນື້ອໃນຢູ່ກອງປະຊຸມໄດ້ປະຕິບັດສຳເລັດແຕ່ໄວ. ຄາດວ່າກອງປະຊຸມໃຫຍ່ຈະປິດລົງໃນຕອນບ່າຍວັນທີ 23 ມັງກອນ.

ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ດ້ວຍທິດນຳ “ຄວາມສາມັກຄີ-ປະຊາທິປະໄຕ-ມີວິໄນ-ບຸກທະລຸ-ພັດທະນາ” ໄດ້ຈັດວາລະປະຊຸມກະກຽມ ຂຶ້ນໃນວັນທີ 19 ມັງກອນ ແລະ ພິທີໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໃນວັນທີ 20 ມັງກອນ. ກອງປະຊຸມໃຫຍ່ມີຜູ້ແທນເຂົ້າຮ່ວມທັງໝົດ 1.586 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກຫຼາຍກວ່າ 5,6 ລ້ານສະຫາຍ.

TAG
VOV/VOVworld/ກອງປະຊຸມໃຫຍ່ ຄັ້ງທີ 14/ພັກກອມ​ມູ​ນິດ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ