logo

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ສານ​ກ່ຽວ​ກັບ​ສະ​ຖ​ຽນ​ລະ​ພາບ, ຄວາມ​ດຸ່ນ​ດ່ຽງ​ທ່າມ​ກາງ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ

2026/1/22 | 08:44:35
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ, ໃນນັ້ນ ໂລກນັບມື້ນັບສະແດງໃຫ້ເຫັນລັກສະນະຫຼາຍຂົ້ວຢ່າງຈະແຈ້ງ ແລະ ບັນດາປະເທດມະຫາອຳນາດທີ່ມີທ່າອ່ຽງຢັ້ງຢືນບົດບາດໃນພາກພື້ນທີ່ມີຜົນສະທ້ອນຂອງຕົນ.
ທ່ານ Claude Blanchemaison, ອະດີດເອກອັກະຄັດລັດຖະທູດ ຝລັ່ງປະຈຳ ຫວຽດນາມ (ພາບ: TTXVN)

ໃນສະພາບການໂລກພວມມີການຜັນແປຢ່າງແຮງ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ແຜ່ກະຈາຍສານກ່ຽວກັບການເມືອງທີ່ເປັນປົກກະຕິ, ເສດຖະກິດພັດທະນາ ແລະ ແນວທາງການຕ່າງປະເທດມີຄວາມດຸ່ນດ່ຽງ. ນີ້ແມ່ນຂໍ້ສັງເກດຂອງທ່ານ Claude Blanchemaison, ອະດີດເອກອັກະຄັດລັດຖະທູດ ຝລັ່ງປະຈຳ ຫວຽດນາມ (ໄລຍະ 1989 - 1993) ໃນບົດຕອບສຳພາດຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ປາຣີ ຫວ່າງແລ້ວນີ້ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ຕາມທ່ານ Claude Blanchemaison, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ, ໃນນັ້ນ ໂລກນັບມື້ນັບສະແດງໃຫ້ເຫັນລັກສະນະຫຼາຍຂົ້ວຢ່າງຈະແຈ້ງ ແລະ ບັນດາປະເທດມະຫາອຳນາດທີ່ມີທ່າອ່ຽງຢັ້ງຢືນບົດບາດໃນພາກພື້ນທີ່ມີຜົນສະທ້ອນຂອງຕົນ. ເພາະສະນັ້ນ, ເຫດການການເມືອງສຳຄັນຍິ່ງຂອງ ຫວຽດນາມ ໂດຍເປັນປະທານໄດ້ເຊື່ອມໂຍງເຂົ້າກັບສາກົນທີ່ປະສົບຜົນສຳເລັດທີ່ສຸດ, ມີຄວາມໄວໃນການພັດທະນາເສດຖະກິດຢູ່ລະດັບປະທັບໃຈ, ມີການຕ່າງປະເທດເປີດກ້ວາງ…ນັ້ນໂລກໄດ້ໃຫ້ຄວາມສົນໃຈທີ່ສຸດ. ທ່ານ Claude Blanchemaison, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ກາຍເປັນຈຸດນັດພົບທີ່ດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ, ຍ້ອນມີສະພາບແວດລ້ອມເປັນປົກກະຕິ, ແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະ ເຄືອຂ່າຍບັນດາສັນຍາການຄ້າເສລີທີ່ກວ້າງຂວາງ.

TAG
VOV/VOVworld/ກອ​ງປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/​ພັກ​ກອມ​ມູ​ນິດ ຫວຽດ​ນາມ/ຝ​ລັ່ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ