ທ່ານ ເຈິ່ນຫ໋າຍຝຸ,ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດແຂວງ ໄຕນິງ (ພາບ: TTXVN) |
ດ້ວຍຄວາມມຸ່ງຫວັງກອງປະຊຸມໃຫຍ່ຈະຍົກອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງກຳລັງໜູນພັດທະນາປະເທດຊາດໃນໄລຍະຈະມາເຖິງ, ບັນດາຜູ້ແທນມີຄວາມສົນໃຈເປັນພິເສດເຖິງບັນດາແຜນນະໂຍບາຍບຸກທະລຸກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຫັນເປັນດີຈີຕອນ, ການດຶງດູດ ແລະ ເສີມຂະຫຍາຍບົດບາດຂອງໄວໜຸ່ມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ເຈິ່ນຫ໋າຍຝຸ,ສະມາຊິກສະພາແຫ່ງຊາດ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດແຂວງ ໄຕນິງ ໃຫ້ຮູ້ວ່າ:
ຢູ່ກອງປະຊຸມໃຫຍ່ຄັ້ງນີ້, ຂ້າພະເຈົ້າຫວັງວ່າບັນດາຜູ້ແທນຈະລົງມະຕິຮັບຮອງເອົາບັນດານະໂຍບາຍ, ພິເສດແມ່ນວຽກງານຫັນເປັນດີຈີຕອນ ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າມີຄວາມສົນໃຈຕໍ່ວຽກງານດຶງດູດຜູ້ມີຄວາມເກັ່ງກ້າສາມາດ,ພິເສດແມ່ນພະນັກງານໜຸ່ມເພື່ອຊ່ວຍໃຫ້ພະນັກງານມີຄວາມກ້າຫານສະແດງຕົນເອງ, ຊ່ວຍເຫຼືອບ້ານເກີດເມືອງນອນປະເທດຊາດ.




