logo

ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ແກ່ນ​ສານ

2026/1/20 | 10:51:27
(VOVWORLD) -    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ຮັບຄວາມຫວັງວ່າ ຈະເປີດບັນດາກຳນົດທິດຍຸດທະສາດສຳຄັນ, ໃນນັ້ນ ກຳນົດວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳແມ່ນກຳລັງໜູນພັດທະນາແກ່ນສານ ແມ່ນການເລືອກເຟັ້ນຍຸດທະສາດອັນຖືກຕ້ອງ ແລະ ທັນການ. 
 ທ່ານ ສຈ.ປອ ວິທະຍາສາດ ຫງວຽນວັນເຕິມ, ປະທານພະແນກ ວິທະຍາສາດຄອມພິວເຕີ, ຂໍ້ມູນ ແລະ ປັນຍາປະດິດ (ພາບ: TTXVN)

ທ່ານ ສຈ.ປອ ວິທະຍາສາດ ຫງວຽນວັນເຕິມ, ປະທານພະແນກ ວິທະຍາສາດຄອມພິວເຕີ, ຂໍ້ມູນ ແລະ ປັນຍາປະດິດ (AI), ຂຶ້ນກັບສະຖາບັນສັບພະວິຊາ ປາຣີ (IP ປາຣີ), ເນັ້ນໜັກວ່າ ວິທະຍາສາດ - ເຕັກໂນໂລຢີ ໂດຍຈຸດສຸມແມ່ນ AI, ມີບົດບາດແກ່ນສານ ແລະ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ, ຊ່ວຍ ຫວຽດນາມ ເພີ່ມທະວີລັກສະນະເປັນເຈົ້າຕົນເອງ ແລະ ຢັ້ງຢືນທີ່ຕັ້ງ, ຈຸດຢືນໃນສັງກາດໃໝ່ເທື່ອລະກ້າວ. ທ່ານ ສຈ.ປອ ຫງວຽນວັນເຕິມ ຢັ້ງຢືນວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອສ້າງບາດກ້າວບຸກທະລຸຢ່າງແທດຈິງ ອີງໃສ່ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ.

ໃນຂະນະນັ້ນ, ທ່ານ SD Pradhan ອະດີດຮອງຫົວໜ້າທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ວາງເປົ້າໝາຍຍົກວິທະຍາສາດ ແລະ ເຕັກໂນໂລຢີຂຶ້ນສູ່ທີ່ຕັ້ງບົດບາດເປັນກຳລັງຜະລິດຫຼັກແຫຼ່ງ, ຮັບຮອງເອົາເລື່ອງເພີ່ມທະວີການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ (R&D), ເພີ່ມທະວີການຮ່ວມສຳພັນລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ, ພ້ອມທັງໃຫ້ບຸລິມະສິດແກ່ບັນດາເຕັກໂນໂລຢີຍຸດທະສາດເຊັ່ນ ປັນຍາປະດິດ (AI), ທາດເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຊີວະສາດ, ພະລັງງານທົດແທນ… ຫຼຸດຜ່ອນການເອື້ອຍອີງໃສ່ເຕັກໂນໂລຢີນຳເຂົ້າ.

TAG
VOV/VOVworld/ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ