logo

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີິ XIV ຂອງ​ພັກ: ຫວຽດ​ນາມ ຢັ້ງ​ຢືນ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ໄຫວ​ພິບ, ມີ​ຫົດ​ຄິດ​ປະ​ດິດ​ສ້າງ​ໃນ​ສັງ​ກາດ​ໃໝ່

2026/1/19 | 11:39:29
(VOVWORLD) - ການຕັດສິນຂອງຫວຽດນາມ ເດີນຕາມຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຊິ່ງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຄວາມໝັ້ນໃຈ ແລະ ຄວາມສາມາດກຳໄດ້ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ອິນເດຍ (CPI) Doraisamy Raja  (ພາບ: TTXVN)

ໃນສະພາບການພັກກອມມູນິດ ຫວຽດນາມ ພວມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ພວມດຳເນີນຢູ່ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ອິນເດຍ (CPI) Doraisamy Raja ໄດ້ແບ່ງປັນກ່ຽວກັບຄວາມໝາຍຂອງເຫດການການເມືອງມີຄວາມສຳຄັນຍິ່ງນີ້ ຕໍ່ການພັດທະນາຂອງ ຫວຽດນາມ ກໍ່ຄືຂະບວນການຝ່າຍຂວາ ແລະ ຄວາມກ້າວໜ້າຂອງໂລກ.

ຕາມທ່ານເລຂາທິການໃຫຍ່ Doraisamy Raja ແລ້ວ, ການຕັດສິນຂອງຫວຽດນາມ ເດີນຕາມຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຊິ່ງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຄວາມໝັ້ນໃຈ ແລະ ຄວາມສາມາດກຳໄດ້ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ. ທ່ານ Doraisamy Raja ຖືວ່າ ການຫັນປ່ຽນຈາກຮູບແບບການເຕີບໂຕອີງຕາມແຮງງານລາຄາຖືກ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ ໄປສູ່ການພັດທະນາອີງຕາມພູມປັນຍາ, ເຕັກໂນໂລຢີ ແລະ ການວາງແຜນກຳນົດແຫ່ງຊາດແມ່ນ ບາດກ້າວເພື່ອແນໃສ່ຍົກສູງຄຸນນະພາບຂອງກຳລັງຜະລິດ.

TAG
VOV/VOVworld/ພັກກອມມູນິດ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14/ຫວຽດ​ນາມ/ອິນ​ເດຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ