logo

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ

2026/1/20 | 10:54:42
(VOVWORLD) -  ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມສວມບົດບາດແກ່ນສານນີ້. 
ທ່ານ Yamaguchi Tsuyoshi, ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ ຍີ່ປຸ່ນ (ພາບ: TTXVN)

  ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ ຮ່າໂນ້ຍ, ທ່ານ Yamaguchi Tsuyoshi, ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ (LDP) ຍີ່ປຸ່ນ ຕີລາຄາວ່າ ພັກກອມມູນິດ ຫວຽດນາມ ສວມບົດບາດສຳຄັນທີ່ສຸດໃນການປະກອບສ່ວນສ້າງສັນຕິພາບ, ເພາະວ່າມີສັນຕິພາບ ຈຶ່ງມີຄວາມວັດທະນາຖາວອນ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມສວມບົດບາດແກ່ນສານນີ້. ທ່ານ Yamaguchi Tsuyoshi ຫວັງວ່າ ຍີ່ປຸ່ນ ຈະສ້າງບັນດາຈຸດເຊື່ອມຕໍ່ໂດຍກົງກັບບັນດາການນຳຂອງພັກກອມມູນິດ ຫວຽດນາມ ໂດຍໄວ, ເພື່ອພ້ອມກັນປະກອບສ່ວນສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນໃຫ້ແກ່ພາກພື້ນ.

ທ່ານ Benjamin Pestieau, ຮອງເລຂາທິການໃຫຍ່ພັກແຮງງານ ແບນຊິກ (ພາບ: TTXVN)

        ໃນຂະນະນັ້ນ, ທ່ານ Benjamin Pestieau, ຮອງເລຂາທິການໃຫຍ່ພັກແຮງງານ ແບນຊິກ (PTB) ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ກາຍເປັນແຮງບັນດານໃຈສຳລັບຫຼາຍປະເທດ ຍ້ອນເສັ້ນທາງພັດທະນາມີສີສັນເປັນເອກະລັກສະເພາະ; ຫວຽດນາມ ປະສານສົມທົບຢ່າງກົມກຽວລະຫວ່າງການເຕີບໂຕເສດຖະກິດກັບການພັດທະນາມະນຸດ, ຫຼຸດຜ່ອນຄວາມທຸກຍາກ, ຮັກສາຄວາມເປັນເຈົ້າຍຸດທະສາດ ແລະ ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນລະບົບມູນຄ່າທົ່ວໂລກ.

 ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົາວັນທີ 20 ມັງກອນ ທີ່ກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII.

ຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ໜ່ວຍງານ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ/ສ້າງ​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ