logo

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ແຜ່​ກະ​ຈາຍ​ບັນ​ຍາ​ການ​ສາ​ມັກ​ຄີ​ເຖິງ​ເພື່ອນ​ມິດ​ສາ​ກົນ

2026/1/20 | 08:25:05

(VOVWORLD) - ວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເລີ່ມເຮັດວຽກມື້ທຳອິດ ຢູ່ຮ່າໂນ້ຍ, ດຶງດູດຄວາມສົນໃຈ ແລະ ສື່ມວນຊົນສາກົນ.



ຖານຂໍ້ມູນການເງິນ - ເສດຖະກິດຂອງ ລັດເຊຍ (1prime.ru) ໄດ້ລົງຂ່າວວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN )

ຖານຂໍ້ມູນການເງິນ - ເສດຖະກິດຂອງ ລັດເຊຍ (1prime.ru) ໄດ້ລົງຂ່າວວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມວ່າ ສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງຫວຽດນາມຮອດປີ 2030, ພ້ອມກັບບັນດາບັນຫາສຳຄັນກ່ຽວກັບການຈັດຕັ້ງ ແລະ ບຸກຄະລາກອນ.

ລາຍການຂ່າວຂອງພັກແນວໂຮມປົດປ່ອຍ ໂມຊຳບິກ (Frelimo) ໂດຍແມ່ນພັກກຳອຳນາດຢູ່ ໂມຊຳບິກ ໄດ້ເນັ້ນໜັກເຖິງບັນຍາກາດສາມັກຄີ, ຟົດຟື້ນມ່ວນຊືນ ແລະ ຄື້ກຄື້ນຢູ່ ຮ່າໂນ້ຍໃນຊຸມວັນກະກຽມ ແລະ ໄຂກອງປະຊຸມໃຫຍ່.

ໜັງສືພິມ Granma,  ສຽງຂອງພັກກອມມູນິດ ກຸຍບາ ໄດ້ລົງບົດວິຈານດ້ວຍຫົວຂໍ້ “ຫວຽດນາມ ພວມສ້າງພື້ນຖານໃຫ້ແກ່ໄລຍະເປັນເຈົ້າຕົນເອງດ້ານຍຸດທະສາດ”, ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ, ອີງໃສ່ຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດຮັບມືກັບຕໍ່ໜ້າການຜັນແປໃນທົ່ວໂລກ.

ໜັງສືພິມ “ຊາວໜຸ່ມ ລຸກຮື້ຂຶ້ນ”, ສຽງຂອງຄະນະຊາວໜຸ່ມກອມມູນິດ ກຸຍບາ ຢັ້ງຢືນວ່າ ພາຍໃຕ້ການນຳພາຂອງພັກ, ຊາວຫວຽດນາມລຸ້ນປະຈຸບັນ ບໍ່ຕ້ອງດຳລົງຊີວິດໃນສົງຄາມອີກ ຫາກຍັງຫ້າວຫັນກັບວຽກງານກໍ່ສ້າງປະເທດແຫ່ງຄວາມຜາສຸກ, ພັດທະນາ ແລະ ມະນຸດສະທຳ.

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/ພັກ​ກອມ​ມູ​ນິດ/ຫວຽດ​ນາມ/ສື່ມວນ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ